ມາເລເຊຍຖືກຈັດວາງໃນສະພາວະເຕືອນໄພສູງສຸດຍ້ອນໄພນາບຂູ່ຈາກISຢູ່ໄທ
(ພາບປະກອບ: AFP/TTXVN)
(vovworld) - ຕຳຫຼວດມາເລເຊຍ ພວມຖືກຈັດວາງໃນສະພາວະເຕືອນໄພສູງສຸດ ພາຍຫຼັງ ໄດ້ຮັບຂ່າວວ່າ, ບັນດາພວກກະບົດຂຶ້ນກັບອົງການລັດອິດສະລາມ (IS) ອ້້າງຊື່ເອງ ໄດ້ແຊກຊຶມເຂົ້າໄທ. ໜັງສືພິມ “New Straits Times” ໄດ້ຂັດຄຳເວົ້າຂອງຜູ້ຫົວໜ້າອົງການກວດກາຕຳຫຼວດລາຊະອານາຈັກມາເລເຊຍ Khailid Abu Bakar ທີ່ກ່າວຄຳເຫັນໃນການປະຊຸມຂ່າວເມື່ອວັນທີ 05/12 ໃຫ້ຮູ້ວ່າ, ຕຳຫຼວດໄດ້ເພີ່ມທະວີການປ້ອງກັນຄວາມສະຫງົບ ເພື່ອແນໃສ່ສະກັດກັ້ນບໍ່ວ່າເຫດການໃດທີ່ເກີດຂຶ້ນ ແລະ ມີຄວາມລະມັດລະວັງຕໍ່ບັນດາໄພນາບຂູ່ຈາກ IS. ທ່ານ Khailid ເນັ້ນໜັກວ່າ, ປະເທດບ້ານໃກ້ເຮືອນຄຽງໄທ ພວມຖືກຈັດວາງໃນສະພາເຕືອນໄພ ແລະ ມາເລເຊຍ ບໍ່ອາດຖືເບົາສິ່ງນັ້ນ, ພ້ອມທັງໃຫ້ຮູ້ວ່າ, ກົວລາລຳເບີ ຈະເຮັດວຽກພ້ອມກັບ ບາງກອກ ເພື່ອອັບເດັດຂໍ້ມູນຂ່າວກ່ຽວກັບໄພນາບຂູ່ຈາກ IS.