(vovworld) – ວັນທີ 04/01, ເປັນຄັ້ງທຳອິດໃນ 5 ທົດສະຫວັດຜ່ານມາ, ມຽນມາໄດ້ຈັດພິທີສວນສະໜາມຢູ່ນະຄອນຫຼວງ Nay Pyi Taw ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນເອກະລາດ. ກ່າວຄຳເຫັນທີ່ພິທີ, ທ່ານປະທານາທິບໍດີມຽນມາ U Thein Sein ເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງຮັບປະກັນຄວາມສະຖຽນລະພາບແລະ ພັດທະນາເສດຖະກິດສັງຄົມ ເພື່ອແນໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານໄດ້ຮຽກຮ້ອງເພີ່ມທະວີບັນດາຄວາມມານະພະຍາຍາມແນໃສ່ບັນລຸໄດ້ສັນຕິພາບພາຍໃນປະເທດ ເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກບັນດາຜົນງານຂອງການປະຕິຮູບ; ພ້ອມທັງຮຽກຮ້ອງກຳລັງການເມືອງຈົ່ງພ້ອມກັນສາມັກຄີເພື່ອນຳວິວັດທະນາການປະຕິຮູບຂຶ້ນສູ່ລະດັບໃໝ່ ແລະ ຜ່ານຜ່າສິ່ງທ້າທາຍ. ທ່ານກໍ່ເນັ້ນໜັກເຖິງນະໂຍບາຍການຕ່າງປະເທດເປັນເຈົ້າການ, ເອກະລາດ ແລະ ບໍ່ຮ່ວມກຸມຂອງມຽນມາ; ຮຽກຮ້ອງໃຫ້ບັນດາເຜົ່າຈົ່ງສາມັກຄີເພື່ອຈຸດໝາຍພັດທະນາປະເທດຊາດ.