ມຽນມາ, ຫວຽດນາມ ເພີ່ມທະວີການຮ່ວມມືດ້ານເຕັກນິກໃນການເຄື່ອນໄຫວທະນາຄານ

ມຽນມາ, ຫວຽດນາມ ເພີ່ມທະວີການຮ່ວມມືດ້ານເຕັກນິກໃນການເຄື່ອນໄຫວທະນາຄານ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 02/10, ໜັງສືພິມ “​ແສງ​ສະ​ຫວ່າງ​ໃໝ່” ຂອງ​ມຽນມາ ​ໄດ້​ໃຫ້​ຂ່າວ​ວ່າ ທະນາຄານ​ພັດທະນາ​ອຸດສາຫະກຳ​ຂະໜາດ​ກາງ ​ແລະ ນ້ອຍ (SMIDB) ຂອງ​ມຽນມາ ​ແລະ ທະ​ນາ​ການ​ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ​ (BIDV) ຂອງ​ຫວຽດນາມ ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທະນາຄານ.

   ຕາມ​ລາຍການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຂອງ BIDV, ທະນະ​ຄານທັງ 2 ​​ໄດ້​ດຳ​ເນີນການ​ແລ​ກປ່ຽນ​ຄະນະ​ນັກວິຊາການ ​ເມື່ອ​ເດືອນ 06 ​ແລະ ​ເດືອນ 09 ຜ່ານ​ມາ, ດ້ວຍ​ຈຸດ​ສຸມ​ແມ່ນ​ນຳ​ໃຊ້​ລະບົບ​ການ​ບໍລິການ​ທະນາຄານ ​ໂດຍພື້ນຖານ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ ​ແລະ ການ​ບໍລິການ​ຂອງ SMIDB, ​ເພື່ອ​ແນ​ໃສ່​ຫັນ​ລະບົບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານເປັນ​ທັນ​ສະ​ໄໝ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ນີ້.

ຂ່າວ/ບົດ​ອື່ນ