ມຽນມາສົ່ງເສີມການຮຽບຮຽງ
ກອບສົນທະນາຕາມວິວັດທະນາການສັນຕິພາບ
(ພາບປະກອບ: THX/TTXVN)
(vovworld) - ວັນທີ 24/11, ເປັນຄັ້ງທຳອິດທີ່ຄະນະກຳມະການສົນທະນາຮ່ວມກ່ຽວກັບສັນຕິພາບສະຫະພາບ (UPDJC) 3 ຝ່າຍ ໄດ້ຈັດກອງປະຊຸມຢູ່ສູນສັນຕິພາບມຽນມາ ເພື່ອກະກ່ຽມໃຫ້ເລື່ອງຮຽບຮຽງກອບການສົນທະນາຕາມວິວັດທະນາການສັນຕິພາບ. ທີ່ກອງປະຊຸມ, UPDJC ຮຽກຮ້ອງໃຫ້ດຳເນີນການເຄື່ອນໄຫວຮຽບຮຽງກອບສົນທະນາກ່ອນວັນທີ 14/12 ຕາມແຜນການຢຸດຍິງທີ່ໄດ້ກຳນົດ ແລະ ສົນທະນາຢ່າງເປັນທາງການ ທີ່ໄດ້ວາງອອກກ່ອນວັນທີ 14/01/2016, ພາຍຫຼັງກອບສົນທະນາການເມືອງໄດ້ວາງອອກຢ່າງເປັນທາງການ. ກ່ອນທ່ີ UPDJC ໄດ້ຮັບການສ້າງຕັ້ງ, ຄະນະຕິດຕາມກວດກາຄຳສັ່ງຢຸດຍິງລວມຂັ້ນລັດສະຫະພາບ (JCMC) ກໍໄດ້ຮັບການສ້າງຕັ້ງເພື່ອແນໃສ່ປະຕິບັດຂໍ້ຕົກລົງຢຸດຍິງແຫ່ງຊາດ (NCA) ເຊິ່ງລັດຖະບານ ແລະ 8 ກຸ່ມເຜົ່າຜັນປະກອບອາວຸດໄດ້ລົງນາມເມື່ອວັນທີ 15/10 ແລ້ວ.