ມຽນມາສ້າງສະຖຽນລະພາບເທື່ອລະກ້າວຢູ່ເຂດ Kokang

ມຽນມາສ້າງສະຖຽນລະພາບເທື່ອລະກ້າວຢູ່ເຂດ Kokang  - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 21/02, ກອງທັບ​ມຽນມາ ​ໃຫ້​ຮູ້​ວ່າ, ສະພາບ​ການ​ຢູ່​ເຂດ Kokang ຂຶ້ນ​ກັບ​ລັດ Shan ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ນີ້ ​ໄດ້​ກັບ​ຄືນ​ສູ່​​ສະພາບເປັນ​ປົກກະຕິ​ເທື່ອ​ລະ​ກ້າວ ພາຍຫຼັງ​ການ​ປະ​ທະ​ກັນ​ກັບ​ກຳລັງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ Kokang, ​ເຊິ່ງ​ໄດ້​ເອີ້ນ​ວ່າ ພັນທະ​ມິດກອງທັບປະຊາທິປະ​ໄຕ​ແຫ່ງ​ຊາດ​ມຽນມາ (MNDAA). ​ໃນ​ການ​ປະຊຸ​ມຂ່າວ​ຢູ່​ນະຄອນຫຼວງ Naypyidaw, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມຽນມາ, ພົນ​ຕີ Mya Htun Oo, ​ໃຫ້​ຮູ​້ວ່າ, ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ເກີດ​ຂຶ້ນ​ແຕ່​ວັນ​ທີ 09/02 ຜ່ານ​ມາ, ​ໄດ້​​ເຮັດ​​ໃຫ້​ພົນທະຫານ, ຕຳ​ຫຼວດ 54 ຄົນ​ເສຍ​ຊີວິດ ​ແລະ ​ພົນທະຫານ 100 ຖືກ​ບາດ​​ເຈັບ. ​ໃນ​ຂະນະ​ນັ້ນ, ກອງທັບ​ລັດຖະບານ​ກໍ່​ດັບ​ສູນ​ພາກສ່ວນ​ກໍ່​ການ​ຮ້າຍ MNDAA ປະມານ 72 ຄົນ.

        ປະຈຸ​ບັນ Kokang ຍັງ​ຖືກ​ຈັດ​ວາງ​​ໃນສະພາວະ​ສຸດ​​ເສີນ ​ໃນ​ໄລຍະ​ເວລາ 90 ວັນ, ນັບ​ແຕ່​ວັນ​ທີ 17/02, ພ້ອມ​ກັນ​ນັ້ນ, ​ບັນດາ​ກຳລັງ​ປະ​ກອບອາວຸດ​ລັດຖະບານ ຈະ​ຮັກສາ​ມາດ​ຕະການຕ່າງໆ​ເພື່ອ​ຮັບປະກັນ​ຄວາມ​ປອດ​​ໄພ ​ແລະ ສະຖຽນ​ລະ​ພາບ​ຢູ່ທີ່​ນີ້ ຍ້ອນ​ການ​ປະ​ທະ​ກັນ​ຍັງ​ຄົງເກີດ​ຂຶ້ນ​ເມື່ອ​ຕົ້ນ​ອາ​ທິດ​ນີ້.

ຂ່າວ/ບົດ​ອື່ນ