ມື້ເຮັດວຽກທີ 5 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

ມື້ເຮັດວຽກທີ 5 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1
(ພາບ:baodautu.vn)

( vovworld ) –   ​ໂດຍ​ພາຍ​ໃ​ຕ້ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Tong Thi Phong, ຕອນ​ເຊົ້າ​ວັນ​ທີ 25/5, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ ກ່ຽວ​ກັບຮ່າ​ງກົດໝາຍ​ວ່າ​ດ້ວຍ​ການ​ສຶກສາຂັ້ນ ມະຫາວິທະຍາ​ໄລ. ຮ່າງກົດ​ໝາຍ​ສະບັບ​ດັ່ງກ່າວ​ໄດ້​ຮັບ​ການ​ຮຽບຮຽງຢ່າງ​ລະອຽດ, ​ເອົາ​ຄຳ​ເຫັນຈາກ​ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ, ຄູ​ອາຈານ ​ແລະ​ ພະນັກງານ​ຄຸ້ມ​ຄອງຜ່ານ​ຊ່ອງ​ຕ່າງໆ ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ຜ່ານ​ກອງ​ປະ​ຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ໃໝ່​ຂະ​ແໜງ​ການ​ສຶກສາ ຫວຽດນາມ ໂດຍ​ພື້ນຖານ ​ແລະ ຮອບດ້ານ ​ເມື່ອຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່.

  ບັນຫາ​ສິດ​​ເປັນ​ເຈົ້າ ​ແລະ ຮັບຜິດຊອບ​ທາງ​ສັງຄົມ​ຂອງ​ຮາກ​ຖານການ​ສຶກສາຂັ້ນມະຫາ​ວິ​ທະຍາ​ໄລຖືກ​ຖື​ວ່າ ​ແມ່ນ 1 ​ໃນ​ບັນດາ​ສິ່ງສຳຄັນ​ຕົ້ນຕໍ​ຂອງຮ່າ​ງກົດໝາຍ​ວ່າ​ດ້ວຍ​ການ​ສຶກສາຂັ້ນ ມະຫາວິທະຍາ​ໄລ ​ແລະ ຖືກ​ຖື​ວ່າ ​ແມ່ນ​ທ່າ​ອຽງ​ອັນ​ແນ່ນອນ​ຂອງ​ໂລກ​ປະຈຸ​ບັນ. ທ່ານ​ນາງ Dam Thi My Huong  ສະມາຊິກ​ສະພາ​ແຊ່ງ​ຊາດ​ແຂວງ Ninh Thuan ​ມີ​ຄຳ​ເຫັນ​ວ່າ:

   “ຂ້າພະ​ເຈົ້າ​ເຫັນ​ດີກັບ​ຂໍ້​ໃຫ້​ສັງ​ເກດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຄື: ສະພາ​ໂຮງຮຽນແມ່ນ​ອົງການ​ທີ່​ຂາດ​ບໍ່​ໄດ້ ສຳລັບ​ບັນດາ​ຮາກ​ຖານ​ການ​ສຶກສາຂັ້ນມະຫາ ວິທະຍາ​ໄລ. ​ເລື່ອງ​ສ້າງຕັ້ງສະພາ​ໂຮງຮຽນ ​ແມ່ນ​ເພື່ອ​ມອບ​ສິດ​ເປັນ​ເຈົ້າການ​ບໍລິການໃຫ້​ແກ່​ບັນດາ​ຮາກ​ຖານ​ການ​ສຶກສາຂັ້ນມະຫາວິທະຍາ​ໄລ, ປະກອບສ່ວນ​ເຮັດ​ໃຫ້​ລະບົບ ການ​ສຶກສາຂັ້ນມະຫາວິທະຍາ​ໄລ​ເຄື່ອນ​ໄຫວ​ຢ່າງມີ​ລັກສະນະ​ເປັນ​ເຈົ້າການ​ສູງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ມີ​ການ​ກຳນົດ​ແນະນຳ​ການຈັດຕັ້ງປະຕິບັດ​ຢ່າງ​ລະອຽດ

   ກ່ຽວ​ກັບ​ຮູບ​ແບບ​ໂຄງປະກອບ​ການຈັດຕັ້ງ ​ແລະ ແບ່ງຂັ້ນ​ຮາກ​ຖານການ​ສຶກສາຂັ້ນມະຫາວິທະຍາ​ໄລ, ຄຳ​ເຫັນ​ສ່ວນ​ຫຼາຍຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ເພີ່ມ​ການ​ກຳນົດ​ຢ່າງລະອຽດ​ກ່ຽວ​ກັບ​ຄາດໝາຍ, ມາດ​ຖານ​​ແບ່ງ​ຂັ້ນຮາກ​ຖານການ​ສຶກສາຂັ້ນມະຫາວິທະຍາ​ໄລ. ຄຳ​ເຫັນ​ສ່ວນ​ຫຼາຍ​ກໍ​ຖື​ວ່າ: ​ເລື່ອງ​ຈຳ​ແນ​ກ ບັນດາ​​ມະຫາວິທະຍາ​ໄລ​ເຂດ ​ກັບມະຫາວິທະຍາ​ໄລ​ແຫ່ງ​ຊາດ​ແມ່ນ​ຈຳ​ເປັນ ​ເພື່ອ​ມີ​ນະ​ໂຍບາຍ​ການ​ລົງທຶນ ​ແລະ ກົນ​ໄກ​ຄຸ້ມ​ຄອງ​ໃຫ້​ເໝາະ​ສົມ.

​ໃນ​ຈຳນວນ 5 ບັນຫາ​ຂອງ​ຮ່າງ​ກົດໝາຍ​ວ່າດ້ວຍກຳມະບານ​ສະບັບ​ປັບປຸງ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສຸມ​​ໃສ່​ປຶກສາ​ຫາລື 3 ບັນຫາ​ຄື: ທີ່​ຕັ້ງດ້ານ​ກົດໝາຍ​ຂອງ​ອົງການ​ກຳມະບານ; ລະບົບ​ການຈັດຕັ້ງ ​ແລະ ຊື່ເອີ້ນກຳມະ​ບານ​ຂັ້ນຕ່າງໆ; ການ​ເງິນ​ກຳມະບານ. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ຢືນຢັນ​ວ່າ ກຳມະບານ ຫວຽດນາມ ​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ລະບົບ​ການ​ເມືອງ​ສັງຄົມ, ຕັ້ງໜ້າ​ເຂົ້າຮ່ວມ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ​ແທດ​ຈິງ​ໃຫ້​ແກ່​ຊາວ​ຜູ້​ອອກ​ແຮງ​ງານ. ກຳມະບານ ຫວຽດນາມ ບໍ່​ພຽງ​ແຕ່ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ຊົນ​ຊັ້ນກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂົວເຊື່ອມ​ຕໍ່​ລະຫວ່າງ​ມະຫາຊົນ​ກັບ​ພັກ​ອີກ​ດ້ວຍ. ທ່ານ Pham Phi Hung ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ປະກອບ​ຄຳ​ເຫັນ​ວ່າ:

   “ຕາມ​ຂ້າພະ​ເຈົ້າ​ແລ້ວ, ຊື່​ເອີ້ນ​ຂອງ​ອົງການ​ກຳມະບານ​ຄວນ​ຮັກສາ​ໄວ້ເໝືອນ​ເດີມຄື: ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ພວກ​ເຮົາ​ຍັງ​ແບ່ງ​ເປັນ 4 ຂັ້ນ: ກຳມະບານ​ຮາກ​ຖານ, ກຳມະບານ​ຂັ້ນ​ເທິງ, ກຳມະບານ​ຂັ້ນ​ແຂວງ, ນະຄອນ ​ແລະ ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ. ຂ້າພະ​ເຈົ້າຖືກ​ວ່າ: ຮູບ​ແບບ​ກຳມະບານ​ອື່ນ ຄວນ​ມອບ​ໃຫ້​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ“.

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ