ຢັ້ງຢືນໄດ້ລາຍຊື່ຂອງ3ເປົ້າໝາຍບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ
ການບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫຼວງປາຣີ
(ພາບ: VTV)
(vovworld) – ວັນທີ 14/11, ຕຳຫຼວດຝລັ່ງ ແຈ້ງໃຫ້ຊາບວ່າ, ສາມາດຢັ້ງຢືນໄດ້ວ່າມີ 3 ກຸ່ມປະກອບອາວຸດນຸ່ງເຊື້ອກັນລູກປືນເຂົ້າຮ່ວມບັນດາການບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫຼວງປາຣີ, ໃນຕອນຄໍ່າວັນທີ 13/11, ເຮັດໃຫ້ 129 ຄົນເສຍຊີວິດ ແລະ ກວ່າ 350 ຄົນຮັບບາດເຈັບ. ຕາມບັນດາເຈົ້າໜ້າທີ່ອາໄອຍະການຂອງຝລັ່ງແລ້ວ, ມີ 7 ຄົນຂຶ້ນກັບ 3 ກຸ່ມນີ້ຖືກດັບສູນ ຫຼື ເສຍຊີວິດຍ້ອນວາງລະເບີດສະຫຼະຊີບ. ເປົ້າໝາຍທຳອິດໄດ້ຮັບການຢັ້ງຢືນແມ່ນພົນລະເມືອງຝລັ່ງ ມີຊື່ວ່າ Omar Ismail Mostefai, ອາຍຸ 29 ປີ. ເປົ້າໝາຍຜູ້ນີ້ໄດ້ຮັບຖືວ່າ ໄດ້ຮ້ອງໂຮ່ “ພະເຈົ້າ Alla ຜູ້ຍິ່ງໃຫຍ່” ກ່ອນທີ່ຍິງປືນໃສ່ຕົວປະກັນ 100 ຄົນໃນໂຮງລະຄອນ Bataclan. ເປົ້າໝາຍຜູ້ທີ 2 ໄດ້ຖືກຢັ້ງຢືນເຄີຍລົບໄພຢູ່ເກຼັກ, ມາຈາກຊີຮີ, ເປົ້າໝາຍຜູ້ທີ 3 ພວມຖືກສືບສວນ ແລະ ຜູ້ກ່ຽວກໍຖືກສົງໄສນອນໃນຈຳນວນຊາວອົບພະຍົບເຂົ້າມາເກຼັກ ມາຈາກຊີຣີ.