ຢືດໝັ້ນການພັດທະນາສາຍພົວພັນຫວຽດນາມ-ຈີນຕາມທິດມິດຕະພາບແລະຮ່ວມມື

ຢືດໝັ້ນການພັດທະນາສາຍພົວພັນຫວຽດນາມ-ຈີນຕາມທິດມິດຕະພາບແລະຮ່ວມມື - ảnh 1
ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ​້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ ຈີນ ປະ​ຈຳ ຫວຽດ​ນາມ ໂຄງ​ແຊ໋ວ​ຢູງ

(vovworld) – ​ ຢືດ​ໝັ້ນ​ການພັດ​ທະ​ນາ​​ສາຍ​ພົວ​ພັນ​ ຫວຽດ​ນາມ - ຈີນ ​ຕາມ​ທິດ​​ມິດ​ຕະ​ພາບ​ ແລະ​ ຮ່ວມ​ມື - ນີ້​ແມ່ນ​ຄຳຢັ້ງ​ຢືນ​ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ​້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ ຈີນ ປະ​ຈຳ ຫວຽດ​ນາມ ໂຄງ​ແຊ໋ວ​ຢູງ ​ໃນບົດ​ຕອບ​ສຳ​ພາດ​​ທີ່​ລົງ​ພິມໃນ​ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ) ສະ​ບັບ​ອອກ​ວັນ​ທີ 20/1. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຄງ​ແຊ໋ວ​ຢູງ ຊີ້​ແຈ້ງ​ວ່າ: ໄລ​ຍະ​​ທາງ​ແຫ່ງ​ການພັດ​ທະ​ນາ 65 ປີ​ຜ່ານ​ມາ ໄດ້​ພິ​ສູ​ດ​ໃຫ້​ເຫັນ​ວ່າ: ການ​ພົວ​ພັນ​ມີດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຈີນ - ຫວຽດ​ນາມ ແມ່ນ​ຊັບ​ສົມ​ບັດ​ອັນ​​ລ້ຳ​ຄ່າ​ລວມ​ຂອງ​ທັງ 2 ປະ​ເທດ. ເລື່ອງ​ປັບ​ປຸງ ແລະ ພັດ​ທະ​ນາ​ກາ​ນ​ພົວ​ພັນ ຈີນ - ຫວຽດ​ນາມ ຢ່າງບໍ່​ຢຸດຢັ້ງ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ລວມ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ສົມ​ກັບ​​ຜົນ​ປະ​ໂຫຍດ​ຂອງ 2 ຊາດ ແລະ ປະ​ຊາ​ຊົນ 2 ປະ​ເທດ.

        ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຄງ​ແຊ໋ວ​ຢູງ ໃຫ້​ຮູ້​ວ່າ: 2 ປະ​ເທດ ໄດ້ ແລະ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າ​ງ​ເພື່ອ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ການນ​ຳ 2 ພັກ, 2 ລັດ ໄດ້​ຝາກ​ໂທ​ລະ​ເລກອວຍ​ພອນ​ໃຫ້​ກັນ. ສະ​ຖານ​ທູ​ດ ຈີນ​ປະ​ຈຳ ຫວຽດ​ນາມ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຈີນ ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຢ່າງ​ສົມ​ກຽດ ແລະ ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ​ເພື່ອ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 2 ປະ​ເທດ. ສະ​ຖານ​ທູດ ຈີນ ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ​ຈັດ​ຕັ້ງງານ​ວາງ​ສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູ​ດ​ລະ​ຫວ່າງ 2 ປະ​ເທດ.

        ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຄງ​ແຊ໋ວ​ຢູງ ກໍ່​ໃຫ້​ຮູ້​ວ່າ: ຕໍ່​ໜ້າສະ​ພາບ​ການ​ສາ​ກົນ​ມ​ີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ດ້ວຍ​ບັນ​ດາ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ໃໝ່, 2 ປະ​ເທດ ຫວຽດ​ນາມ ແລະ ຈີນ ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຮ່ວມ​ມື​ ແລະ ປະ​ຕິ​ບັດ​ການ​ພັດ​ທະ​ນາ​ລວມ. ທີ​ໜຶ່ງ, 2 ປະ​ເທດ​ຄວນ​​ເດັດ​ດຽວ​ກ້າວ​ຂຶ້ນ​ຕາມ​ທິດ​ ມິດ​ຕະ​ພາບ ແລະ ຮ່ວມ​ມື, ເພີ່ມ​ທະ​ວີ​ກາ​ນ​ແລກ​ປ່ຽນ​ຍຸດ​ທະ​ສາດ​ລະ​ຫວ່າງ​ການ​ນຳ 2 ພັກ, 2 ລັດ ແລະ ກອງ​ທັບ 2 ປະ​ເທດ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ພັກ ແລະ ລັດ​ຢ່າງ​ເລິກ​ເຊິ່ງ, ປັບ​ປຸງ​ພື້ນ​ຖານ​ດ້ານ​ການ​ເມືອງ​ຂອງ​ການ​ພົວ​ພັນ 2 ປະ​ເທດ​ຢ່າງບໍ່​ຢຸດຢັ້ງ. ທີ​ສອງ, 2 ປະ​ເທດ​ຄວນ​ເຮັດ​ໃຫ້​ການ​ຮ່ວມ​ມື​ແທ​ດ​ຈິງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເລິກ​ເຊິ່ງ​ກ່​ວາ​ອີກ, ສ້າງ​ສະ​ພາບ​ການ​ໃໝ່​ພ້ອມ​ກັນ​ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ. ທີ​ສາມ​, 2 ປະ​ເທດ​ຄວນ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ເຮັດ​ໃຫ້​ພື້ນ​ຖານ​ປ​ະ​ຊາ​ຊົນ​ຂອງ​ການ​ພົວ​ພັນ 2 ຝ່າຍ​ໝັ້​ນ​ຄົງ, ເຂັ້ມ​ແຂງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ