ຢືນຢັນຄວາມຕັດສິນໃຈບັນລຸລະດັບເຕີບໂຕເສດຖະກິດ 6,7% ໃນປີ 2017

(VOVWORLD) -ຕອນບ່າຍວັນທີ 22 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ ກ່ຽວກັບບັນດາແຜນການເຕີບໂຕປີ 2017.

ຢືນຢັນຄວາມຕັດສິນໃຈບັນລຸລະດັບເຕີບໂຕເສດຖະກິດ 6,7% ໃນປີ 2017 - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ 

(ພາບ: VGP)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງລະດັບເຕີບໂຕເສດຖະກິດປີ 2017 ມີຄວາມໝາຍສຳຄັນທີ່ສຸດ, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຫຼາຍດັດຊະນີເສດຖະກິດມະຫາພາກອື່ນໆ, ໂດຍສະເພາະແມ່ນລາຍຮັບ, ລາຍຈ່າຍ ແລະ ລາຍຈ່າຍງົບປະມານເກີດດູນ, ໜີ້ສາທາລະນະ ກໍຄືວຽກເຮັດງານທຳ, ສ້າງລາຍຮັບໃຫ້ແກ່ຄົນງານ. ໃນຂະນະນັ້ນ, ປີ 2017 ແມ່ນປີທີ 2 ຂອງແຜນການ 5 ປີ 2016 – 2020. ສະນັ້ນ, ຫວຽດນາມ ຕ້ອງບັນລຸໄດ້ຄາດໝາຍເຕີບໂຕ 6,7% ທີ່ໄດ້ວາງອອກໃຫ້ປີ 2017 ເພື່ອປະກອບສ່ວນປະຕິບັດຄາດໝາຍເຕີບໂຕ 5 ປີ ເຊິ່ງສູນກາງພັກ ແລະ ສະພາແຫ່ງຊາດໄດ້ວາງອອກຢ່າງມີໄຊ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງ, ຕາມຂົງເຂດວຽກງານທີ່ໄດ້ຈັດແບ່ງ, ສຸມໃສ່ຊີ້ນຳຢ່າງຂ້ຽວຂາດ, ໂຮງປະຊຸມເປັນປະຈຳ, ອັບເດັດສະພາບການ ແລະ ເປັນເຈົ້າການມີມາດຕະການແກ້ໄຂໃຫ້ເໝາະສົມ, ສູ້ນຊົນປະຕິບັດໄດ້ຄາດໝາຍທີ່ວາງອອກໃຫ້ແຕ່ລະຂະແໜງ, ຂົງເຂດ, ຮັບປະກັນບັນລຸໄດ້ຄາດໝາຍເຕີບໂຕ GDP 6,7%.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງຮ່າງຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາໜ້າທີ່ມາດຕະການແກ້ໄຂຕົ້ນຕໍເພື່ອຊຸກຍູ້ການເຕີບໂຕບັນດາຂະແໜງ, ຂົງເຂດເພື່ອແນໃສ່ປະຕິບັດຄາດໝາຍເຕີບໂຕປີ 2017 ທີ່ໄດ້ວາງອອກ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີເຊັນປະກາດໃຊ້ເພື່ອສຸມໃສ່ຜັນຂະຫຍາຍການປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ