ຢູແກຼນ ປາດຖະໜາວ່າ ອີຢູ ຍູ້ໄວວິວັດທະນາການຮັບເຂົ້າເປັນສະມາຊິກໃໝ່
(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ປາດຖະໜາວ່າ ສະຫະພາບເອີຣົບ (ອີຢູ) ຍູ້ໄວວິວັດທະນາການຮັບປະເທດນີ້ເຂົ້າເປັນສະມາຊິກຂອງ ອີຢູ.
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen (ພາບ: AFP/TTXVN) |
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ປາດຖະໜາວ່າ ສະຫະພາບເອີຣົບ (ອີຢູ) ຍູ້ໄວວິວັດທະນາການຮັບປະເທດນີ້ເຂົ້າເປັນສະມາຊິກຂອງ ອີຢູ. ຄຳຮຽກຮ້ອງຂອງທ່ານ Zelensky ໄດ້ຍົກອອກມາໃນກອງປະຊຸມພົບປະກັບທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ຢູ່ນະຄອນຫຼວງ Kiev ຂອງ ຢູແກຼນ ໃນວັນທີ 9 ພຶດສະພາ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງການພົບປະ, ທ່ານປະທານາທິບໍດີ Zelensky ສະແດງຄວາມຫວັງວ່າ ກອງປະຊຸມສຸດຍອດ ອີຢູ ໃນເດືອນ ມິຖຸນາ ຈະມາເຖິງນີ້ ຈະບັນລຸໄດ້ບາດກ້າວທີ່ຕັ້ງໜ້າໃນການຕີລາຄາວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນຂອງ Kiev. ເນື່ອງໃນໂອກາດນີ້, ທ່ານ Zelensky ກໍຮຽກຮ້ອງໃຫ້ ອີຢູ ມີການ “ຕົກລົງຢ່າງແຮງ” ເພື່ອແນໃສ່ລົບລ້າງຂໍ້ຈຳກັດດ້ານການຄ້າ ເຊິ່ງບາງປະເທດບ້ານໃກ້ເຮືອນຄຽງ ຝ່າຍຕາເວັນຕົກຂອງ ຢູແກຼນ ພວມຈັດວາງສຳລັບປະເທດນີ້.