ຢູ​ແກຼນ​ຂຶ້ນ​ແຜນ​ຮ້ອງ​ຟ້ອງ ໂປ​ໂລຍ, ຮຸງ​ກາ​ຣີ ແລະ ​ສະໂລວາ​ກີ ກ່ຽວ​ກັບ​ ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ

(VOVWORLD) - ການກະທຳນີ້ໄດ້ດຳເນີນພາຍຫຼັງ ໂປໂລຍ, ຮຸງກາຣີ ແລະ ສະໂລວາກີ ໄດ້ປະກາດບັນດາມາດຕະການຈຳກັດສະເພາະສຳລັບການນຳເຂົ້າທັນຍາພືດ ຢູແກຼນໃນວັນທີ 15 ກັນຍາ.
ຢູ​ແກຼນ​ຂຶ້ນ​ແຜນ​ຮ້ອງ​ຟ້ອງ ໂປ​ໂລຍ, ຮຸງ​ກາ​ຣີ ແລະ ​ສະໂລວາ​ກີ ກ່ຽວ​ກັບ​ ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1ພາບປະກອບ: Xinhua

ວັນທີ 18 ກັນຍາ, ທ່ານ ລັດຖະມົນຕີກະຊວງກະສິກຳ ຢູແກຼນ ໃຫ້ຮູ້ວ່າ ປະເທດນີ້ພວມຂຶ້ນແຜນການຮ້ອງຟ້ອງ ໂປໂລຍ, ຮຸງກາຣີ ແລະ ສະໂລວາກີ ກ່ຽວກັບຄຳສັ່ງຫ້າມນຳເຂົ້າຜະລິດຕະພັນກະເສດຂອງປະເທດນີ້. ການກະທຳນີ້ໄດ້ດຳເນີນພາຍຫຼັງ ໂປໂລຍ, ຮຸງກາຣີ ແລະ ສະໂລວາກີ ໄດ້ປະກາດບັນດາມາດຕະການຈຳກັດສະເພາະສຳລັບການນຳເຂົ້າທັນຍາພືດ ຢູແກຼນໃນວັນທີ 15 ກັນຍາ. ທັງ Warsaw, Budapest ແລະ Bratislava ລ້ວນແຕ່ຢັ້ງຢືນວ່າ ການກະທຳຂອງເຂົາເຈົ້າແມ່ນເພື່ອປົກປ້ອງຊາວກະສິກອນປະເທດຕົນຕໍ່ໜ້າສະພາບການມີຜະລິດຕະພັນກະເສດເຫຼືອລົ້ນ.

ຕອນສຳພາດຕໍ່ນັກຂ່າວໜັງສືພິມ Politico, ຜູ້ຕາງໜ້າທາງການຄ້າ ຢູແກຼນ Taras Kachka ກ່າວເຕືອນວ່າ Kiev ອາດຈະຈັດວາງບັນດາມາດຕະການໂຕ້ຕອບກັບ ໂປໂລຍ ຖ້າ Warsaw ບໍ່ຍົກເລີກບັນດາມາດຕະການເພີ່ມເຕີມ. ຕາມທ່ານ Taras Kachka ແລ້ວ, ຢູແກຼນ ຕ້ອງໂຕ້ຕອບສຳລັບບັນດາມາດຕະການ ເພີ່ມເຕີມ ແລະ ອາດຈະຫ້າມນຳເຂົ້າໝາກໄມ້ຈາກ ໂປໂລຍ.

ຕອບກັບ

ຂ່າວ/ບົດ​ອື່ນ