ຢູແກຼນເປີດການສືບສວນກ່ຽວຂ້ອງເຖິງກົນອຸບາຍຈີ້ເຮືອບິນໄປເຖິງSochi

ຢູແກຼນເປີດການສືບສວນກ່ຽວຂ້ອງເຖິງກົນອຸບາຍຈີ້ເຮືອບິນໄປເຖິງSochi - ảnh 1
ຕຳຫຼວດ ຕວກກີ ຈັບຕົວ​“ຜູ້​ຈີ້​ເຮືອບິນ”
(ພາບ: AFP)


(vovworld) – ວັນ​ທີ 8/2, ຢູ​ແກຼນ ​ໄດ້​ດຳ​ເນີນ​ການ​ສືບສວນ​ກ່ຽວ​ກັບ​ເຫດການ​ພົນລະ​ເມືອງ​ຄົນ​ໜຶ່ງ​ຂອງ​ປະ​ເທດ​ນີ້​ຊອກ​ຫາ​ວິທີ​ບັງຄັບ​ເຮືອບິນ​ໂດຍສານ​ພວມ​ເດີນທາງ​ໄປ​ຍັງ ຕວກກີ ຕ້ອງ​ຫັນ​ທິດບິນ​ໄປ​ເຖິງ Sochi (ສະຫະພັນ ລັດ​ເຊຍ), ບ່ອນ​ທີ່​ຫາ​ກໍ່​ດຳ​ເນີນ​ພິທີ​ໄຂ​ງານ​​ແຂ່ງຂັນ​ກິລາ Olympic ລະດູ​ໜາວ 2014 ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ​ຫຼາຍ​ທ່ານ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ຕໍ່​ສື່​ມວນ​ຊົນ, ຫົວໜ້າ​ຄະນະ​ສືບສວນ​ສັງ​ກັດ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ຢູ​​ແກຼນ (SBU), ທ່ານ Maxim Lenko ​ໃຫ້​ຮູ້​ວ່າ: SBU ​ໄດ້​ດຳ​ເນີນການ​ສືບສວນ​ກ່ຽວ​ກັບ​ການ​ກະທຳ​ກໍ່​ການ​ຮ້າ​ຍກໍ່​ຄື​ສາຍ​ເຫດ​ພາ​ໄປ​ເຖິງ​ການ​ຈີ້​ເຮືອບິນ​ຂອງ​ຜູ້​ໂດຍສານຄົນ​ນັ້ນ. ຕາມ​ບັນດາ​ແຫຼ່ງຂ່າວ​ຈາກ​ການ​ສືບ​ສວນ​ໃນ​ເບື້ອງ​ຕົ້ນ​ແລ້ວ, ​ຜູ້​ໂດຍສານ​ດັ່ງກ່າວ​ຖືກ​ເມົາ​ເຫຼົ້າ ​ໄດ້​ນາບ​ຂູ່​ວ່າ​ໃນ​ເຮືອບິນ​ລຳດັ່ງກ່າວ​ມີລູກ​ລະ​ເບີດ ​ແລະ ບັງຄັບ​ໃຫ້ເຮືອບິນ​ຕ້ອງ​ຫັນ​ທິດໄປ​ເຖິງ Sochi. ຕາມ​ທ່ານ Lenko ​ແລ້ວ, “ຜູ້​ຈີ້​ເຮືອບິນ” ​ໄດ້​ມີ​ຄຳ​ເວົ້າ​ໝີ່​ນປະໝາດ​ການ​ນຳ ຢູ​ແກຼນ ​ແລະ ລັດ​ເຊຍ, ພ້ອມ​ທັງ​ຮຽກຮ້ອງ​ປ່ອຍ​ຕົວ​ບັນດາ “ຕົວ​ປະ​ກັນ” ຊາວ​ຢູ​ແກຼນ, ໝາຍ​​ເຖິງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ສີ​ບຄົນ​ຖືກ​ຕຳຫຼວດ ຢູ​ແກຼນ ຈັບ​ຕົວ​ໃນການ​ປະ​ທະ​ກັນ​ໂດຍ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ນະຄອນຫຼວງ Kiev ​ໃນ​ກ່ວາ 2 ​ເດືອນ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ