ຢູແກຼນເລີ່ມຂົນສົ່ງນ້ຳມັນອາຍແກັດຈາກລັດເຊຍໄປຍັງອີຢູ

(VOVWORLD) -ວັນທີ 01 ມັງກອນ, ຢູແກຼນ ເລີ່ມສົ່ງຕໍ່ນ້ຳມັນອາຍແກັດຂອງລັດເຊຍ ໄປຍັງເອີລົບ ຕາມຂໍ້ຕົກລົງຂົນສົ່ງສະບັບໃໝ່.
ຢູແກຼນເລີ່ມຂົນສົ່ງນ້ຳມັນອາຍແກັດຈາກລັດເຊຍໄປຍັງອີຢູ - ảnh 1(ພາບປະກອບ: Reuters)

ຕາມຜູ້ຕາງໜ້າບໍລິສັດບັນຊາທໍ່ສົ່ງອາຍແກັດ (GTS) ຂອງຢູແກຼນ ແລ້ວ, ປະເທດນີ້ໄດ້ສົ່ງຕໍ່ນ້ຳມັນອາຍແກັດແມັດກ້ອນທຳອິດໄປຍັງອີຢູ ຕາມສັນຍາຂົນສົ່ງສະບັບໃໝ່.

          ລັດເຊຍ ແລະ ຢູແກຼນ ໄດ້ລົງນາມໃນສັນຍາຂົນສົ່ງອາຍແກັດສະບັບໃໝ່ ໃນວັນທີ 31 ທັນວາ 2019. ໂດຍກຳນົດໄລຍະເວລາຂອງສັນຍາແມ່ນ 5 ປີ. ໃນເວລານັ້ນ, ຄາດວ່າ ຢູແກຼນ ຈະໄດ້ຮັບຈຳນວນເງິນກວ່າ 7 ຕື້ USD. ພາຍຫຼັງໝົດກຳນົດເວລາ 5 ປີນັ້ນ, ສັນຍາອາດຈະຕໍ່ກຳນົດເວລາຕື່ມອີກ 10 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ