ຣູມານີ:ການແຫ່ຂະບວນຄັດຄ້ານຄວາມຜິດພາດໃນການເລືອກຕັ້ງປະທານາທິບໍດີ

ຣູມານີ:ການແຫ່ຂະບວນຄັດຄ້ານຄວາມຜິດພາດໃນການເລືອກຕັ້ງປະທານາທິບໍດີ - ảnh 1

ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ທີ 1ຢູ່ຣູມານີ
(ພາບອິນເຕີແນດ)

(vovworld) - ວັນ​ທີ 8/11, ມີ​ປະຊາຊົນ​ປະມານ 10.000 ຄົນ​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຮູ​ມາ​ນີ ​ເພື່ອ​ຄັດຄ້ານ​ລັດຖະບານ​ຈຳກັດ​ສິດ​ປ່ອນ​ບັດ​ຂອງ​ພົນລະ​ເມືອງ​ທີ່​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ທີ 1 ​ໃນ​ວັນ​ທີ 2/11 ຜ່ານ​ມາ, ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ລັດຖະບານ​ບໍ່​ຄວນ​ມີ​ການ​ກະທຳ​ທີ່​ຜິດພາດ​ຄື​ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ 1 ​ເຊິ່ງ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນັບ​ພັນ​ຄົນ​ບໍ່​ໄດ້​ປະຕິບັດ​ສິດ​ພົນລະ​ເມືອງ​ຂອງ​ຕົນ. ປະທານາທິບໍດີຜູ້​ໃກ້​ຈະ​ໝົດ​ອາຍຸ​ການ Traian Basescu ​ໄດ້​ຮຽກຮ້ອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Titus Corlatea ລາ​ອອກ​ຈາກ​ຕຳ​ແໜ່​ງ, ​ເຖິງ​ວ່າ​ທ່ານ​ຜູ້​ນີ້​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ປັບປຸງ​ວຽກ​ງານ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ 2 ຮອບ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 16/11 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ