ຣານ ຢັ້ງຢືນໄດ້ແຈ້ງກັບ IAEA ກ່ຽວກັບການເສີມທາດ ຢູເຣນຽມ

(VOVWORLD) - ເຈົ້າໜ້າທີ່ການທູດ ອີຣານ ໄດ້ຍົກອອກຖະແຫຼງການດັ່ງກ່າວເພື່ອໂຕ້ຕອບຖະແຫຼງການຮ່ວມຂອງ ອາເມລິກາ, ອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນວັນທີ 3 ກຸມພາ ຜ່ານມາທີ່ກ່າວຫາ ອີຣານ...
ຣານ ຢັ້ງຢືນໄດ້ແຈ້ງກັບ IAEA ກ່ຽວກັບການເສີມທາດ ຢູເຣນຽມ - ảnh 1ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ
(ພາບ:IRNA/TTXVN)

ວັນທີ 5 ກຸມພາ, ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ອີຣານ ໄດ້ແຈ້ງກັບອົງການພະລັງງານປະລະມານູສາກົນ (IAEA) ກ່ຽວກັບຄຳຕັດສິນເລີ່ມເສີມທາດ ຢູຣານຽມ ຢູ່ໃນລະດັບ 60% ຢູ່ໂຮງງານເສີມເຊື້ອໄຟ Fordow (FFEP) ໃນເດືອນພະຈິກ 2022.

        ເຈົ້າໜ້າທີ່ການທູດ ອີຣານ ໄດ້ຍົກອອກຖະແຫຼງການດັ່ງກ່າວເພື່ອໂຕ້ຕອບຖະແຫຼງການຮ່ວມຂອງ ອາເມລິກາ, ອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນວັນທີ 3 ກຸມພາ ຜ່ານມາທີ່ກ່າວຫາ ອີຣານ ວ່າ “ບໍ່ສະເໝີຕົ້ນສະເໝີປາຍໃນການຕອບສະໜອງບັນດາພາລະໜ້າທີ່ນິວເຄຼຍຂອງປະເທດນີ້  ຄືດັ່ງບົດລາຍງານຂອງອົງການ IAEA”.

        ໃນຖະແຫຼງການຮ່ວມເອົາລົງໃນແວບໄຊຂອງກະຊວງການຕ່າງປະເທດ ອີຣານ, ທ່ານ Nasser Kanaani ໄດ້ຊີ້ແຈ້ງວ່າ ອີຣານ ໄດ້ແຈ້ງໃຫ້ IAEA ກ່ຽວກັບການເສີມທາດ ຢູຣານຽມ ຢູ່ໃນລະດັບ 60% ຢູ່ໂຮງງານ Fordow ໃນວັນທີ 17 ທັນວາ 2022 ແລະ ເນື້ອໃນກ່ຽວຂ້ອງເຖິງວິທີເສີມທາດ ຢູຣານຽມ ໄດ້ສົ່ງເຖິງອົງການນີ້. ກ່ຽວກັບການກວດກາຂອງ IAEA ສຳລັບ ອົງການ Fordow ໃນເດືອນ ມັງກອນ ຜ່ານມາ, ທ່ານຢັ້ງຢືນບໍ່ມີມາດຕະການໃໝ່ ຫຼື ກົງກັນຂ້າມໃດໆໄດ້ປະຕິບັດຢູ່ຮາກຖານດັ່ງກ່າວເມື່ອທຽບໃສ່ເນື້ອໃນທີ່ໄດ້ແຈ້ງໃນເດືອນ ພະຈິກ ປີກາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ