ລຸກຊຳບວກໜູນຊ່ວຍຄວາມມານະພະຍາຍາມກໍ່ສ້າງປະຊາຄົມອາຊຽນ

ລຸກຊຳບວກໜູນຊ່ວຍຄວາມມານະພະຍາຍາມກໍ່ສ້າງປະຊາຄົມອາຊຽນ - ảnh 1

(vovworld) – ແຈ້ງ​ການ​ຂອງ​ຄະ​ນະ​ເລ​ຂາ ອາ​ຊຽນ ເມື່ອ​ວັນ​ທີ 19/6 ໃຫ້​ຮູ້​ວ່າ: ລຸກ​ຊຳ​ບວກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມກໍ່​ສ້າງ​ປະ​ຊາ​ຄົມ​ ອາ​ຊຽນ ແລະ​ ເຮັດ​ໃຫ້​ການ​ພົວ​ພັນ​ກັບ​ພາກ​ພື້ນນີ້​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່​ຂອງ ລຸກ​ຊຳ​ບວກ ປະ​ຈຳ ອາ​ຊຽນ Robert Lauer ຢັ້ງ​ຢືນ​ວ່າ: ລຸກ​ຊຳ​ບວກ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ອາ​ຊຽນ ຢູ່​ທັງ​ຂັ້ນ 2 ຝ່າຍ ແລະ ໃນ​ຂອບ​ເຂດ ອາຊຽ​ນ - ສະ​ຫະ​ພາບ ເອີ​ລົບ (EU). ລຸກ​ຊຳ​ບວກ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​​ການຮ່ວມ​ມືຫຼາຍ​ດ້ານ ແລະ ການ​ໜູນ​ຊ່ວຍ ອາ​ຊຽນ, ພິ​ເສດ​ໃນ​ບັນ​ຫາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ. ລັດ​ຖະ​ບານ ລຸກ​ຊຳ​ບວກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ, ສົ່ງ​ເສີມ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີນີ້, ກໍ່​ຄື​ການ​ພັດ​ທະ​ນາ​ຂອງ ອາ​ຊຽນ ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ຊົມ​ເຊີຍ​ເຈດ​ຕະ​ນາ​ດີ ແລະ ບັນ​ດາ​ການ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ ລຸກ​ຊຳ​ບວກ ສຳ​ລັບ​ການກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ. ແບ່ງ​ປັນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ຢັ້ງ​ຢືນ​ວ່າ ສະ​ຫະ​ສະ​ມາ​ຄົມ​ພວມ​ມີ​ບັນ​ດາ​ບາດ​ກ້າວ​​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ດັ່ງ​ກ່າວ​ໃນ​ທ້າຍ​ປີນີ້ຢ່າງ​ໝັ້ນ​ຄົງ.

ຂ່າວ/ບົດ​ອື່ນ