(vovworld) - ຕອນບ່າຍວັນທີ 13/02, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ FPT ແລະ ເຂົ້າຮ່ວມພິທີເປີດສະໜອງໄລຍະ 2 ຂອງບ້ານຊອບແວ F-Ville (F-Ville 2) ຢູ່ເຂດເຕັກໂນໂລຊີສູງຮ່ວາຫຼາກ, ຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ຢືນຢັນວ່າ, ເຕັກໂນໂລຊີຂໍ້ມູນຂ່າວສານ ມີບົດບາດນັບມື້ນັບສຳຄັນ ສຳລັບການພັດທະນາຂອງປະເທດຊາດ, ໂດຍສະເພາະແມ່ນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຂະບວນການເລີມທຸລະກິດຢ່າງມີຫົວຄິດປະດິດສ້າງ.
ເມື່ອເຂົ້າຮ່ວມພິທີຕັດແຖບຜ້າເປີດສະໜອງໄລຍະ 2 ບ້ານຊອບແວ F-Ville (F-Ville 2), ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງມີຄົນງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳເນື້ອໃນດີຈີຕອນ 1 ລ້ານຄົນ ເພື່ອໃຫ້ຂະແໜງຊອບແວ ມີການເຕີບໂຕຢ່າງແຮງທາງດ້ານຈຳນວນ, ຜະລິດເຕັກໂນໂລຊີໄດ້ຫຼາຍເພື່ອປ່ຽນແປງຊີວິດການເປັນຢູ່ຂອງມະນຸດ.