ລົງທຶນໃຫ້ແກ່ການປະຕິຮູບລະບຽບການບໍລິຫານແມ່ນລົງທຶນໃຫ້ແກ່ການພັດທະນາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ປີ 2024 ແມ່ນປີບຸກທະລຸ, ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ຢ່າງມີໄຊ.
ລົງທຶນໃຫ້ແກ່ການປະຕິຮູບລະບຽບການບໍລິຫານແມ່ນລົງທຶນໃຫ້ແກ່ການພັດທະນາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: VGP)

        ຕອນບ່າຍວັນທີ 02 ກຸມພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ, ເປັນປະທານວາລະປະຊຸມຄັ້ງທີ 7 ຄະນະຊີ້ນຳ ເພື່ອຜັນຂະຫຍາຍທິດທາງ, ໜ້າທີ່ປີ 2024. ວາລະປະຊຸມໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

        ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ປີ 2024 ແມ່ນປີບຸກທະລຸ, ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ຢ່າງມີໄຊ. ທ່ານຊີ້ແຈ້ງວ່າ, ການລົງທຶນໃຫ້ການປະຕິຮູບລະບຽບການບໍລິຫານແມ່ນການລົງທຶນໃຫ້ແກ່ການພັດທະນາ; ການປະຕິຮູບການບໍລິຫານຕ້ອງຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເປົ້າໝາຍ, ກຳລັງໜູນ, ແຫຼ່ງຊັບພະຍາກອນ; ການປະຕິຮູບລະບຽບການບໍລິຫານແມ່ນເພື່ອສ້າງບັນຍາກາດໃໝ່, ກຳລັງໜູນໃໝ່, ຄຸນຄ່າໃໝ່, ຜົນສຳເລັດໃໝ່. ສະນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ການປະຕິຮູບລະບຽບການບໍລິຫານໃນ 6 ຂົງເຂດ, ຄື: ລະບອບລະບຽບການ; ລະບຽບການບໍລິຫານ; ການຈັດຕັ້ງກົງຈັກບໍລິຫານແຫ່ງລັດ; ລະບອບວຽກງານຫຼວງ; ການເງິນສາທາລະນະ; ການສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ