ລົງນາມຮ່ວມມືດ້ານວັດທະນະທຳລະຫວ່າງຫວຽດນາມ-ສະຫະພັນລັດເຊຍ

ລົງນາມຮ່ວມມືດ້ານວັດທະນະທຳລະຫວ່າງຫວຽດນາມ-ສະຫະພັນລັດເຊຍ - ảnh 1
(ພິທີລົງນາມ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ​
ລະຫວ່າງ 2 ປະ​ເທດ​ໄລຍະ 2016 – 2018)

(vovworld) – ​ ​ໃນ​ຕອນ​ບ່າຍ​ວັນ​ທີ 25/11 ຢູ່​ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ແລະ ກະຊວງ​ວັດທະນະທຳ ສະຫະພັນ ລັດ​ເຊຍ ​ໄດ້​ລົງນາມ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ​ໄລຍະ 2016 – 2018

        ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ​ໄລຍະ 2016 – 2018 ລວມມີ​ຫລາຍ​ຂົງ​ເຂດ​ຄື: ສິລະ​ປະ​ການສະ​ແດງ, ຮູບ​ເງົາ, ມໍລະດົກ, ວິຈິດ​ສິນ…​ໃນ​ນັ້ນ, ຈຸດ​ສຸມ​ແມ່ນ​ການ​ກະກຽມ ​ແລະ ຈັດ​ຕັ້ງ​ຊຸມ​ວັນ​ວັດທະນະທຳ ຫວຽດນາມ ຢູ່ ສະຫະພັນ ລັດ​ເຊຍ ​​ໃນບັນດາ​ປີ​ເລກ​ຖ້ວນ ​ແລະ ຊຸມ​ວັນ​ວັດທະນະທຳ ລັດ​ເຊຍ ຢູ່ ຫວຽດນາມ ​ເຂົ້າ​ບັນດາ​ປີ​ເລກຄີກ; ຊຸກຍູ້​ການ​ພົວພັນ​ລະຫວ່າງ​ອົງການ, ບໍລິສັດ​ຮູບ​ເງົາ 2 ປະ​ເທດ; ຊຸກຍູ້ ​ແລະ ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະ​ແດງ​ສິລະ​ປະ.

 

ຂ່າວ/ບົດ​ອື່ນ