ລົງມືກໍ່ສ້າງຂົວເຊື່ອມຕໍ່ຊາຍແດນຫວຽດນາມ - ກຳປູເຈຍ

ລົງມືກໍ່ສ້າງຂົວເຊື່ອມຕໍ່ຊາຍແດນຫວຽດນາມ - ກຳປູເຈຍ - ảnh 1
(ພາບປະກອບ)
(vovworld) - ຕອນ​ເຊົ້າ​ວັນ​ທີ 02/04, ຢູ່​ເມືອງ ​ເຕີນ​ບຽນ, ​ແຂວງ ​ໄຕ​ນິງ, ຄະນະ​ກຳມະ​ການ​ປະຊາຊົນ​ແຂວງ​ໄຕ​ນິງ (ຫວຽດນາມ) ​ແລະ ​ແຂວງ Prey Veng (ກຳ​ປູເຈຍ) ​ໄດ້​ເລີ່ມລົງມື​ກໍ່ສ້າງທາງ ​ແລະ ຂົວ​ດ່ານ​ຊາຍ​ແດນ​ເຕີນ​ນາມ - Mon Chay, ທີ່​ເຊື່ອມ​ຕໍ່​ຊາຍ​​ແດນ​ຫວຽດນາມ - ກຳປູ​ເຈຍ ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 2,2 ລ້ານ USD. ນີ້​ແມ່ນ​ກິດຈະກຳ​ທີ່​ຂຶ້ນ​ກັບ​ໂຄງການ​ກໍ່ສ້າງເສັ້ນ​ທາງ​ອອກສູ່​ດ່ານ​ຊາຍ​ແດນ, ພັດທະນາ​ການ​ຄ້າ​ຊາຍ​ແດນ​ຂອງ​ແຂວງ ​ໄຕ​ນິງ ​ແລະ ບັນດາ​ແຂວງ​ຕິດ​ກັບ​ກຳປູ​ເຈ​ຍ. ຄາດ​ວ່າ, ພາຍຫຼັງ 18 ​ເດືອນ​ແຫ່ງ​ການ​ປະຕິບັດກິດຈະສຳ​ເລັດ​ການ​ກໍ່ສ້າງ.

ຂ່າວ/ບົດ​ອື່ນ