(vovworld) – ວັນທີ 14/10, ຢູ່ຮ່າໂນ້ຍ, ອົງການພັດທະນາສາກົນອາເມລິກາ (USAID) ພ້ອມກັບກົມໃຫຍ່ພາສີຫວຽດນາມ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳການຄ້າຫວຽດນາມ (VCCI), ຈັດຕັ້ງກອງປະຊຸມສຳມະນາ “ປະຕິຮູບລະບຽບການບໍລິຫານ: ພາສີ - ວິສາຫະກິດປະຕິບັດສັນຍາສ້າງຄວາມສະດວກດ້ານການຄ້າຂອງ WTO”. ກອງປະຊຸມສຳມະນາເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈຂອງບັນດາອົງການສະເພາະກິດ ແລະ ບັນດາວິສາຫະກິດກ່ຽວກັບຄຳໝັ້ນສັນຍາຕົ້ນຕໍ່ຂອງ TFA, ກໍ່ຄືບັນດາສິ່ງທ້າທາຍສຳລັບພື້ນຖານເສດຖະກິດຫວຽດນາມ ແລະ ກຳນົດບົດບາດຂອງພາສີຫວຽດນາມ ເມື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາດັ່ງກ່າວ. ຜ່ານກອງປະຊຸມສຳມະນາ, ວິສາຫະກິດຈະເຂົ້າໃຈແຈ້ງກວ່າກ່ຽວກັບບັນດາຄຳໝັ້ນສັນຍາ TFA ທີ່ໄດ້ຍົກອອກມາ ແລະ ສິ່ງສຳຄັນກວ່ານັ້ນແມ່ນເພື່ອໃຫ້ວິສາຫະກິດເຫັນໄດ້ຜົນປະໂຫຍດຂອງຕົນ.
ຜູ້ຕາງໜ້າກົມໃຫຍ່ພາສີຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມການສົມທົບຢ່າງຕັ້ງໜ້າກວ່າອີກລະຫວ່າງບັນດາຝ່າຍ, ບັນດາອົງການແຫ່ງລັດ, ພ້ອມກັບປະຊາຄົມວິສາຫະກິດເພື່ອຜັນຂະຫຍາຍການປະຕິບັດ TFA ຢ່າງມີປະສິດທິຜົນທີ່ສຸດ.