ລັດຍາມໃດກໍ່ເຄົາລົບແລະຮັບປະກັນສິດເສລີໃນການເຫຼື້ອມໄສການເຊື່ອຖືສາສະໜາ

(VOVWORLD) -ຕອນຄ່ຳວັນທີ 07 ເມສາ, ຢູ່ວັດ Cadaransi, ເມືອງ 3, ນະຄອນໂຮ່ຈິມິນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ລົງຢ້ຽມຢາມ, ອວຍພອນບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນ ນາມຕົງຂະແມ ແລະ ຜູ້ຕາງໜ້າຊາວເຜົ່າຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay.

ລັດຍາມໃດກໍ່ເຄົາລົບແລະຮັບປະກັນສິດເສລີໃນການເຫຼື້ອມໄສການເຊື່ອຖືສາສະໜາ - ảnh 1 (ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ

ລົງຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay)

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ, ພັກ ແລະ ລັດ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາ, ການເຄື່ອນໄຫວດຳລົງຊີວິດດ້ານສາສະໜາທີ່ຖືກຕາມກົດໝາຍ, ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ມີຄວາມເຊື່ອຖືສາສະໜາ, ຜູ້ມີຍົດສັກຕຳແໜ່ງ, ໃນນັ້ນມີສາສະໜາພຸດທີ່ປະຕິບັດການເຄື່ອນໄຫວຖືສິນກິນທານ, ການເຫຼື້ອມໄສເຊື່ອຖື. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະແດງຄວາມເຊື່ອໝັ້ນວ່າ, ວັດ Cadaransi ສືບຕໍ່ບໍ່ພຽງແຕ່ແມ່ນບ່ອນເຕົ້າໂຮມຂອງຊາວເຜົ່າຂະແມ ນະຄອນໂຮ່ຈິມິນ ແລະ ບັນດາແຂວງ, ນະຄອນອື່ນໆເທົ່ານັ້ນ, ຫາກຍັງແມ່ນເຂດອະນຸລັກຮັກສາບັນດາຄຸນຄ່າທາງດ້ານສາສະໜາ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຂະແມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ