ລັດຖະບານ ຊູດັງ ເຊັນຂໍ້ຕົກລົງສັນຕິພາບກັບບັນດາກຸ່ມຝ່າຍຄ້ານ

(VOVWORLD) -ວັນທີ 26 ມັງກອນ, ສະພາຂ້າມຜ່ານ ຊູດັງ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ໄດ້ເຊັນຂໍ້ຕົກລົງສັນຕິພາບກັບ 2 ກຸ່ມຝ່າຍຄ້ານຢູ່ພາກເໜືອ ຊູດັງ, ລວມມີຂະບວນການ Kush (KM) ແລະ ອົງການທາງທິດເໜືອ (NE).

 ເນື້ອໃນລະບຸໃນຂໍ້ຕົກລົງ, ນອກຈາກການແກ້ໄຂບັນດາຜົນສະທ້ອນ ເຊິ່ງປະຊາຊົນຕ້ອງປະເຊີນໜ້າ ເມື່ອອຳນາດການປົກຄອງກໍ່ສ້າງບັນດາເຂື່ອນໄຟຟ້ານ້ຳຕົກນັ້ນ ຍັງມຸ່ງໄປເຖິງການແກ້ໄຂບາງບັນຫາ, ໃນນັ້ນມີການຈັດແບ່ງດິນແດນ ແລະ ການພັດທະນາ.

        ຕາມວົງການນັກໄຈ້ແຍກແລ້ວ, ເລື່ອງເຊັນຂໍ້ຕົກລົງຄັ້ງນີ້ ແມ່ນບາດກ້າວເດີນທີ່ໃຫຍ່ຫລວງ ເພື່ອໃຫ້ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງສັນຕິພາບຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ