ລັດ​ຖະ​ບານ ຍືນຮ່າງ​ກົດ​ໝາຍ​ວ່າດ້ວຍທຸລະ​ກຳ​ທາງ​ເອ​ເລັກ​ໂຕ​ນິກ ຕໍ່​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ເປົ້າໝາຍສ້າງກົດໝາຍເພື່ອແນໃສ່ສ້າງກອບນິຕິກຳໃຫ້ສົມບູນແບບ, ຄົບຖ້ວນ, ສ້າງຄວາມສະດວກໃຫ້ແກ່ການຫັນປ່ຽນບັນດາການເຄື່ອນໄຫວຈາກສະພາບການຕົວຈິງໄປສູ່ສະພາບການດີຈີຕອນໃນທຸກຂະແໜງການ, ຂົງເຂດ, ເພື່ອແນໃສ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການຫັນເປັນດີຈີຕອນແຫ່ງຊາດ
ລັດ​ຖະ​ບານ ຍືນຮ່າງ​ກົດ​ໝາຍ​ວ່າດ້ວຍທຸລະ​ກຳ​ທາງ​ເອ​ເລັກ​ໂຕ​ນິກ ຕໍ່​ສະ​ພາ​ແຫ່ງ​ຊາດ - ảnh 1ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ເຈິ່ນແມັງຮຸ່ງ ສະເໜີບົດລາຍງານກ່ຽວກັບຮ່າງກົດໝາຍວ່າດ້ວຍທຸລະກິດທາງເອເລັກໂຕນິກສະບັບປັບປຸງ (ພາບ: TTXVN)

ໂດຍສືບຕໍ່ກອງປະຊຸມສະໄໝສະມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 25 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ, ບົດລາຍງານການກວດກາຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕນິກ (ສະບັບປັບປຸງ). ການປັບປຸງກົດໝາຍເພື່ອແກ້ໄຂບັນດາຂໍ້ຕິດຂັດ, ຄວາມອ່ອນດ້ວຍຂອງກົດໝາຍວ່າດ້ວຍທຸລະກິດທາງເອເລັກໂຕນິກ ປີ 2005. ເປົ້າໝາຍສ້າງກົດໝາຍເພື່ອແນໃສ່ສ້າງກອບນິຕິກຳໃຫ້ສົມບູນແບບ, ຄົບຖ້ວນ, ສ້າງຄວາມສະດວກໃຫ້ແກ່ການຫັນປ່ຽນບັນດາການເຄື່ອນໄຫວຈາກສະພາບການຕົວຈິງໄປສູ່ສະພາບການດີຈີຕອນໃນທຸກຂະແໜງການ, ຂົງເຂດ, ເພື່ອແນໃສ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການຫັນເປັນດີຈີຕອນແຫ່ງຊາດ. ຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕນິກ (ສະບັບປັບປຸງ) ມີ 8 ພາກ ແລະ 57 ມາດຕາ. ແລະກໍ່ໃນກອງປະຊຸມ, ສະພາແຫ່ງຊາດໄດ້ຮັບຟັງທ່ານ ຮ່ວາງແທັງຕູງ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດສະເໜີບົດງານອະພິປາຍ, ຮັບຮູ້, ປັບປຸງຮ່າງກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ). ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ານການກວດກາ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ