ລັດຖະບານ ຍີ່ປຸ່ນ ຊ່ວຍເຫລືອກວ່າ 200.000 USD ໃຫ້ແກ່ ຫວຽດນາມ

ລັດຖະບານ ຍີ່ປຸ່ນ ຊ່ວຍເຫລືອກວ່າ 200.000 USD ໃຫ້ແກ່ ຫວຽດນາມ  - ảnh 1
ອຸປະ​ທູດ​ຊົ່ວຄາວ​ສະຖານທູດ ຍີ່ປຸ່ນ ປະຈຳ​ຫວຽດນາມ Hideo Suzuki ​​ແລະ ທ່ານ ຫງວຽນ​ຈີ​ກາວ, ຜູ້ອຳ​ນວຍ​ການ​ໂຮງໝໍ​ຫລາຍ​ຂະ​ແຫນງ ​ໂຟ​​​ໂນ້ຍ
ພາບ: baomoi.com

 (vovworld)-  ຕອນ​ບ່າຍ 8/2, ຢູ່​ຮ່າ​ໂນ້ຍ, ອຸປະ​ທູດ​ຊົ່ວຄາວ​ສະຖານທູດ ຍີ່ປຸ່ນ ປະຈຳ​ຫວຽດນາມ Hideo Suzuki ​ແລະ ທ່ານ​ເລ​ວັນ​ຟອງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເວີນ​ຫລີງ ​ເມືອງ ​ແທນ​ບາ, ​ແຂວງ ຟູ​ທໍ້ ​ໄດ້​ລົງນາມ​ໃນ​ສັນຍາ​ຊ່ວຍ​ເຫລືອ​ຫລ້າ​ຂອງ​ລັດຖະບານ ຍີ່ປຸ່ນ ສະຫງວນ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ ​ເວີນ​ຫລີງ ​ເປີດກວ້າງ. ທ່ານ Hideo Suzuki  ​ແລະ ທ່ານ ຫງວຽນ​ຈີ​ກາວ, ຜູ້ອຳ​ນວຍ​ການ​ໂຮງໝໍ​ຫລາຍ​ຂະ​ແຫນງ ​ໂຟ​​​ໂນ້ຍ( Phố Nối) ​ແຂວງຮື​ງອຽນ ກໍ່​ໄດ້​ລົງ​ນາມ​​ໃນ​ສັນຍາ​ຊ່ວຍ​ເຫລືອ​ຫລ້າ​ຂອງ​ລັດຖະບານ ຍີ່​ປຸ່ນສະຫງວນ​​ໃຫ້​ແກ່​ໂຄງການ​ລົງທຶນ​ອຸປະກອນ​ການ​ແພດ​ໃຫ້​ແກ່​ໂຮງໝໍ​ຫລາຍ​ຂະ​ແຫນງ ​​ໂຟ​ໂນ້ຍ. ຍອດ​ຈຳນວນ​ເງິ​ນຊ່ວຍ​ເຫລືອ​ໃຫ້​ແກ່​ສອງ​ໂຄງການ​ດັ່ງກ່າວແມ່ນ​ກວ່າ 210.000 USD. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ Suzuki ອຸປະ​ທູດ​ຊົ່ວ​ຄາວສະຖານທູດ​ຍີ່​ປຸ່ນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ສອງ​ປະ​ເທດ ຍີ່​ປຸ່ນ ​ແລະ ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ.

ຂ່າວ/ບົດ​ອື່ນ