ລັດຖະບານ ຝຣັ່ງ ຊອກຫາວິທີແກ້ໄຂວິກິດການຢຸດງານ

(VOVWORLD) -ລັດຖະບານ ຝຣັ່ງ ຕ້ອງເຊື່ອມຕໍ່ການເຈລະຈາກັບວົງການກຳມະບານຄືນໃໝ່ ແນໃສ່ແກ້ໄຂວິກິດການຢຸດງານໃນປັດຈຸບັນ, ເມື່ອການຢຸດງານໃຫຍ່ຄັ້ງທີ 3 ໄດ້ເກີດຂຶ້ນໃນວັນທີ 17 ທັນວາ ໄດ້ດຶງດູດຊາວ ຝຣັ່ງ ລົງຖະໜົນແຫ່ຂະບວນກ່ວາ 500.000 ຄົນ.
ລັດຖະບານ ຝຣັ່ງ ຊອກຫາວິທີແກ້ໄຂວິກິດການຢຸດງານ - ảnh 1 ລັດຖະບານ ຝຣັ່ງ ຊອກຫາວິທີແກ້ໄຂວິກິດການຢຸດງານ (ພາບ:Reuters)

        ການຢຸດງານໄດ້ຮັບການປະຕິບັດຕາມຄຳຮຽກຮ້ອງຂອງກຳມະບານທັງໝົດໃນທົ່ວປະເທດ ຝຣັ່ງ.  ຕໍ່ໜ້າກຳລັງກົດດັນທີ່ບໍ່ລົດລະຈາກກຳລັງກຳມະບານ ພ້ອມກັບຄວາມສາມາດເບິ່ງຄືວ່າ ບັນດາການຢຸດງານຈະສືບຕໍ່ດຳເນີນໃນໂອກາດວັນບຸນຄຼິດສະມາດ ແລະ ປີໃໝ່ສາກົນຢ່າງແນ່ນອນ, ວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີ ຝຣັ່ງ Edouard Philippe ໄດ້ຕົກລົງເຫັນດີຈັດຕັ້ງການເຈລະຈາກັບຜູ້ຕາງໜ້າບັນດາກຳມະບານ. ເປົ້າໝາຍຂອງລັດຖະບານ ຝຣັ່ງ ແມ່ນເກ້ຍກ່ອມໃຫ້ບັນດາກຳມະບານຢຸດຕິການຢຸດງານຊົ່ວຄາວໃນໂອກາດວັນບຸນໃນອາທິດໜ້າ, ແນໃສ່ຊ່ວຍປະຊາຊົນ ຝຣັ່ງ ໄດ້ເຕົ້າໂຮມຢູ່ກັບຄອບຄົວ ແລະ ໄປພັກຜ່ອນໃນໂອກາດວັນບຸນ.

ຕອບກັບ

ຂ່າວ/ບົດ​ອື່ນ