ລັດ​ຖະ​ບານ ລັດ​ເຊຍ ໄດ້​ຮັບ​ຮອງ​​ຂັ້ນ​ຕອນ​ປະ​ຕິ​ບັດ​ມາດ​ຕະ​ການ​ໂຕ້​ຕອບການ​ຈັດ​ວາງ​ລາ​ຄາເພ​ດານ​ນ້ຳ​ມັນ

(VOVWORLD) -ນັບແຕ່ວັນທີ 5 ທັນວາປີ 2022, ຄຳສັ່ງຂວ້ຳບາດຂອງ ສະຫະພາບ ເອີລົບ (EU) ສຳລັບນ້ຳມັນຂອງ ລັດເຊຍ ເຊິ່ງຂົນສົ່ງໄປທາງທະເລ ເລີ່ມມີຜົນສັກສິດ. ຄາດວ່າ, ນັບແຕ່ວັນທີ 5 ກຸມພາປີ 2023, ມາດຕະການທີ່ຄ້າຍຄືກັນຈະມີຜົນສັກສິດສຳລັບຜະລິດຕະພັນນ້ຳມັນອາຍແກັດ, ແຕ່ຍັງບໍ່ທັນກຳນົດລາຄາສູງສຸດໄດ້ເທື່ອ.
ລັດ​ຖະ​ບານ ລັດ​ເຊຍ ໄດ້​ຮັບ​ຮອງ​​ຂັ້ນ​ຕອນ​ປະ​ຕິ​ບັດ​ມາດ​ຕະ​ການ​ໂຕ້​ຕອບການ​ຈັດ​ວາງ​ລາ​ຄາເພ​ດານ​ນ້ຳ​ມັນ - ảnh 1ສຳນັກງານລັດຖະບານ ລັດເຊຍ (ພາບ: RIA Novosti)

ວັນທີ 30 ມັງກອນ, ລັດຖະບານ ລັດເຊຍ ໄດ້ຮັບຮອງເອົາຂັ້ນຕອນປະຕິບັດລັດຖະດຳລັດຂອງທ່ານປະທານາທິບໍດີ ລັດເຊຍ V.Putin ກ່ຽວກັບເລື່ອງການໂຕ້ຕອບການຈັດວາງລາຄາເພດານນ້ຳມັນອາຍແກັດ ແລະ ບັນດາຜະລິດຕະພັນນ້ຳມັນອາຍແກັດໂດຍ ຝ່າຍຕາເວັນອອກໃສ່ລັດເຊຍ. ຕາມນັ້ນແລ້ວ, ນັບແຕ່ວັນທີ 1 ມີນາ, ລັດເຊຍ ສືບຕໍ່ຕິດຕາມກວດກາລາຄາສົ່ງອອກນ້ຳມັນ. ນອກຈາກນັ້ນ, ບັນດາສ່ວນບຸກຄົນ, ນິຕິບຸກຄົນສົ່ງອອກນ້ຳມັນອາຍແກັດ ແລະ ຜະລິດຕະພັນນ້ຳມັນອາຍແກັດຂອງ ລັດເຊຍ ຈະຕ້ອງຕິດຕາມກວດກາ ສຳລັບເລື່ອງບໍ່ນຳໃຊ້ລາຄາເພດານສຳລັບຜູ້ຊື້ຄົນສຸດທ້າຍ. ລັດຖະດຳລັດກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຖ້າອົງການພາສີອາກອນ, ກວດພົບການນຳໃຊ້ລາຄາເພດານເມື່ອແຈ້ງສິນຄ້າ ການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟ ລັດເຊຍ ແລະ ຜ່ານທໍ່ສົ່ງນ້ຳມັນ Transneft ຈາກລັດເຊຍ ໄປຍັງບັນດາປະເທດ ຂຶ້ນກັບ ສະຫະພາບ ເສດຖະກິດ ອາຊີ - ເອີລົບ ຈະຖືກຫ້າມ.

        ກ່ອນໜ້ານັ້ນ, ນັບແຕ່ວັນທີ 5 ທັນວາປີ 2022, ຄຳສັ່ງຂວ້ຳບາດຂອງ ສະຫະພາບ ເອີລົບ (EU) ສຳລັບນ້ຳມັນຂອງ ລັດເຊຍ ເຊິ່ງຂົນສົ່ງໄປທາງທະເລ ເລີ່ມມີຜົນສັກສິດ. ຄາດວ່າ, ນັບແຕ່ວັນທີ 5 ກຸມພາປີ 2023, ມາດຕະການທີ່ຄ້າຍຄືກັນຈະມີຜົນສັກສິດສຳລັບຜະລິດຕະພັນນ້ຳມັນອາຍແກັດ, ແຕ່ຍັງບໍ່ທັນກຳນົດລາຄາສູງສຸດໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ