ລັດຖະບານ ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ກຸ່ມບໍລິສັດ ຊຳຊຸງ ປະສົບຜົນສຳເລັດໃນການດຳເນີນທຸລະກິດ

(VOVWORLD) -  ລັດຖະບານ ຫວຽດນາມ ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ກຸ່ມບໍລິສັດ ຊຳຊຸງ ປະສົບຜົນສຳເລັດໃນການດຳເນີນທຸລະກິດ, ນີ້ແມ່ນຄຳຢັ້ງຢືນຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ທີ່ການຕ້ອນຮັບທ່ານ Ly Gia Y-ong, ຮອງປະທານກຸ່ມບໍລິສັດ ຊຳຊຸງ ໃນວັນທີ 30 ຕຸລາ.
ລັດຖະບານ ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ກຸ່ມບໍລິສັດ ຊຳຊຸງ ປະສົບຜົນສຳເລັດໃນການດຳເນີນທຸລະກິດ - ảnh 1 ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນການລົງທຶນຂອງ ຊຳຊຸງ ຢູ່ຫວຽດນາມ; ທ່ານຊີ້ແຈ້ງວ່າລັດຖະບານ ຫວຽດນາມ ໄດ້ຕິດຕາມສະພາບການຢ່າງໃກ້ຊິດ, ຮັບຟັງການປະກອບຄຳຄິດເຫັນຢ່າງເປັນປະຈຳ ເພື່ອໃຫ້ມີການບໍລິຫານທີ່ເໝາະສົມ ແນໃສ່ໜູນຊ່ວຍບັນດານັກລົງທຶນຕ່າງປະເທດ ທີ່ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ໃນນັ້ນມີ ຊໍາຊຸງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະເໜີ ກຸ່ມບໍລິສັດ ສືບຕໍ່ເປີດກ້ວາງ ຂອບເຂດ ແລະ ຂະໜາດການລົງທຶນ, ນຳຫວຽດນາມ ກາຍເປັນຖານທີ່ໝັ້ນໃຫຍ່ທີ່ສຸດ ຂອງຊຳຊຸງ ຢູ່ໃນໂລກ. ຄຽງຄູ່ກັບການຕິດຕັ້ງປະກອບອຸປະກອນ, ກຸ່ມບໍລິສັດຄວນເປີດກວ້າງການຄົ້ນຄ້ວາ, ລົງທຶນໃສ່ພື້ນຖານໂຄງລ່າງ, ການເງິນ, ເຕັກໂນໂລຊີຂໍ້ມູນຂ່າວສານ…; ສືບຕໍ່ໜູນຊ່ວຍ, ພັດທະນາອຸດສາຫະກຳໜູນຊ່ວຍຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ບັນດາ ວິສາຫະກິດ ຫວຽດນາມ ໄດ້ເຂົ້າຮ່ວມການສະໜອງຜະລິດຕະພັນ, ການບໍລິການໜູນຊ່ວຍໃຫ້ແກ່ຊຳຊຸງ. ທ່ານນາຍົກລັດຖະມົນຕີ ກໍ່ປາຖະໜາວ່າ ຊຳຊຸງ ຈະໜູນຊ່ວຍ ຫວຽດນາມ ສ້າງລັດຖະບານເອເລັກໂຕນິກ; ຜັນຂະຫຍາຍບາງໂຄງການໄຟຟ້ານຳໃຊ້ພະລັງງານຄວາມຮ້ອນໃຫຍ່ ຂອງ ຫວຽດນາມໂດຍໄວ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດ ຫວຽດນາມ ຈະໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຂ້າມປາຊິຟິກ (CPTPP), ສະນັ້ນ, ເລື່ອງ ຊຳຊຸງ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ແມ່ນມີຄວາມສະດວກທີ່ສຸດ, ເປີດກາລະໂອກາດອັນໃຫຍ່ຫຼວງໃນການສົ່ງອອກຜະລິດຕະພັນໄປຍັງບັນດາປະເທດດ້ວຍກຳລັງແກ່ງແຍ້ງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ