ລັດຖະບານ ອາເມລິກາ ຍົກເລີກຂໍ້ກໍານົດໃໝ່ກ່ຽວກັບວີຊາສໍາລັບນັກສຶກສາຕ່າງປະເທດ
(VOVWORLD) -ລັດຖະບານ ອາເມລິກາ ພ້ອມກັບ ມະຫາວິທະຍາໄລ Havard ແລະ ສະຖາບັນເຕັກໂນໂລຢີ Massachusetts ສາມາດຊອກໄດ້ວິທີການແກ້ໄຂແລ້ວ, ລະອຽດແມ່ນຍົກເລີກຂໍ້ກໍານົດສະບັບນີ້ ແລະ ຟື້ນຟູສະພາບເດີມຄືໃນເວລາກ່ອນໜ້ານັ້ນ./.
ມະຫາວິທະຍາໄລ Georgetown ຢູ່ວໍຊີງຕັນ (ພາບ: AFP/TTXVN) |
ວັນທີ 14 ກໍລະກົດ, ຜູ້ພິພາກສາສະຫະລັດຢູ່ນະຄອນ Boston ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານ ອາເມລິກາ ໄດ້ຍົກເລີກຂໍ້ກໍານົດ ຫ້າມນັກສຶກສາຕ່າງປະເທດສືບຕໍ່ຢູ່ປະເທດ ອາເມລິກາ, ຖ້າຫາກວ່າ ໂຮງຮຽນແຫ່ງຕ່າງໆ ເຊິ່ງເຂົາເຈົ້າພວມຮຽນຢູ່ນັ້ນ ບໍ່ໄດ້ເປິດການຮຽນການສອນໂດຍກົງຢູ່ຫ້ອງຮຽນໃນລະດູໃບໄມ້ຫຼົ່ນນີ້. ຕາມແຈ້ງການແລ້ວ, ລັດຖະບານ ອາເມລິກາ ພ້ອມກັບ ມະຫາວິທະຍາໄລ Havard ແລະ ສະຖາບັນເຕັກໂນໂລຢີ Massachusetts ສາມາດຊອກໄດ້ວິທີການແກ້ໄຂແລ້ວ, ລະອຽດແມ່ນຍົກເລີກຂໍ້ກໍານົດສະບັບນີ້ ແລະ ຟື້ນຟູສະພາບເດີມຄືໃນເວລາກ່ອນໜ້ານັ້ນ./.