ລັດ​ຖະ​ບານ ອາ​ເມ​ລິ​ກາ​ ອ​າດຈະຕ້ອງ​ປິດ​ປະ​ຕູ​ໃນ​ທ້າຍ​ອາ​ທິດ

(VOVWORLD) -  ການເຈລະຈາກ່ຽວກັບຂໍ້ຕົກລົງເພື່ອແນໃສ່ສະກັດກັ້ນເລື່ອງລັດຖະບານ ປິດປະຕູໃນທ້າຍອາທິດນີ້ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະສືບຕໍ່ຕົກເຂົ້າສູ່ສະພາບການຈົນຕາແຈ.
ລັດ​ຖະ​ບານ ອາ​ເມ​ລິ​ກາ​ ອ​າດຈະຕ້ອງ​ປິດ​ປະ​ຕູ​ໃນ​ທ້າຍ​ອາ​ທິດ - ảnh 1ສຳນັກງານລັດຖະສະພາ ອາເມລິກາ ຢູ່ Washington, D.C (ພາບ: Reuters)

ລັດຖະບານ ອາເມລິກາ ອາດຈະຕ້ອງປິດປະຕູໃນທ້າຍອາທິດນີ້ ເມື່ອບັນດາສະມາຊິກພັກລັດຖະສະພາປະຊາທິປະໄຕ ໄດ້ປະຕິເສດຂໍ້ສະເໜີຂອງ ທ່ານປະທານສະພາຕ່ຳ Kevin McCarthy ເຊິ່ງຮຽກຮ້ອງໃຫ້ທ່ານປະທານາທິບໍດີ ອາເມລິກາ Joe Biden ເຂົ້າຮ່ວມການເຈລະຈາ. ການເຈລະຈາກ່ຽວກັບຂໍ້ຕົກລົງເພື່ອແນໃສ່ສະກັດກັ້ນເລື່ອງລັດຖະບານ ປິດປະຕູໃນທ້າຍອາທິດນີ້ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະສືບຕໍ່ຕົກເຂົ້າສູ່ສະພາບການຈົນຕາແຈ. ໃນອາທິດນີ້, ທ່ານ McCarthy ໄດ້ຊອກຫາວິທີການສ້າງຄວາມກົດດັນຕໍ່ທ່ານປະທານາທິບໍດີ Joe Biden ຂະນະທີ່ ສະພາຕ່ຳ ແລະ ສະພາສູງ ອາເມລິກາ ເດີນໄປຕາມສອງທິດທີ່ກົງກັນຂ້າມກັນ ໃນຍຸດທະສາດເພື່ອແນໃສ່ສະກັດກັ້ນເລື່ອງ ລັດຖະບານປິດປະຕູ. ກ່ອນໜ້ານັ້ນ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍເລື່ອນເວລາປິດປະຕູລັດຖະບານ ໄປໃນວັນທີ 17 ພະຈິກ, ພ້ອມທັງ ຢຸດຕິຊົ່ວຄາວການສະໜອງແຫຼ່ງງົບປະມານ ຢູ່ລະດັບໃນປັດຈຸບັນ ເພື່ອມີເວລາຕື່ມອີກໃຫ້ແກ່ການເຈລະຈາ ແລະ ສະໜອງເງິນເປັນຈຳນວນນັບ ຕື້ USD ທີ່ອຸປະຖຳໃຫ້ແກ່ ຢູແກຼນ, ຊ່ວຍເຫຼືອໄພພິບັດ. ເຖິງຢ່າງໃດກໍ່ຕາມ, ມີສະມາຊິກລັດຖະສະພາພັກສາທາລະນະ ຫຼາຍທ່ານຢູ່ ສະພາຕ່ຳ ຖືວ່າຮ່າງກົດໝາຍສະບັບນີ້ ບໍ່ມີຄວາມໝາຍອີກ ຍ້ອນວ່າ ສະພາຕ່ຳພວມຍົກອອກມາດຕະການຊົ່ວຄາວໃນນັ້ນມີຮ່າງກົດໝາຍ ວ່າດ້ວຍຊາຍແດນ ແລະ ຫຼຸດ່ຜ່ອນການໃຊ້ຈ່າຍຂອງລັດຖະບານ ຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ