ລັດຖະບານ ເກຼັກຜ່ານບຜ່າການປ່ອນບັດບໍ່ໄວ້ວາງໃຈ

(VOVWORLD) - ພາຍຫຼັງທີ່ການນຳຂອງພັກສັງຄົມນິຍົມ PASOK ຝ່າຍຄ້ານ (ພັກໃຫຍ່ທີ 3 ຢູູ່ ເກຼັກ) ໃຫ້ຮູ້ວ່າ ອົງການສືບລາຊະການລັບແຫ່ງຊາດ EYP ໄດ້ຕິດຕາມການໂອ້ລົມທາງໂທລະສັບຂອງທ່ານໃນປີ 2021
ລັດຖະບານ ເກຼັກຜ່ານບຜ່າການປ່ອນບັດບໍ່ໄວ້ວາງໃຈ - ảnh 1ທ່ານນາຍົກລັດຖະມົນຕີ Kyriakos Mitsotakis
(ພາບ: AFP/TTXVN)

ດ້ວຍອັດຕາບັດສະໜັບສະໜູນ 156 ບັດ ແລະ ບັດຄ້ານ 143 ບັດ, ວັນທີ 27 ມັງກອນ, ລັດຖະບານ ເກຼັກ ໄດ້ຜ່ານຜ່າການປ່ອນບັດບໍ່ໄວ້ວາງໃຈໂດຍຝ່າຍຄ້ານຝ່າຍຊ້າຍສະເໜີ, ທີ່ກ່ຽວຂ້ອງເຖິງເຫດການລັກຟັງ ແນໃສ່ບັນດານັກການເມືອງຂັ້ນສູງ, ວົງການເຈົ້າໜ້າທີ່ການທະຫານ, ນັກຂ່າວ ແລະ ບັນດາການນຳວິສາຫະກິດຢູ່ປະເທດນີ້.

        ບັນດາຄຳກ່າວຫານີ້ແມ່ນແນໃສ່ອຳນາດການປົກຄອງຂອງທ່ານນາຍົກລັດຖະມົນຕີ Kyriakos Mitsotakis ໄດ້ເພີ່ມທະວີຂຶ້ນນັບແຕ່ເດືອນ ສິງຫາ 2022, ພາຍຫຼັງທີ່ການນຳຂອງພັກສັງຄົມນິຍົມ PASOK ຝ່າຍຄ້ານ (ພັກໃຫຍ່ທີ 3 ຢູູ່ ເກຼັກ) ໃຫ້ຮູ້ວ່າ ອົງການສືບລາຊະການລັບແຫ່ງຊາດ EYP ໄດ້ຕິດຕາມການໂອ້ລົມທາງໂທລະສັບຂອງທ່ານໃນປີ 2021. ລັດຖະບານ ເກຼັກ ໄດ້ປະຕິເສດທຸກຂໍ້ກ່າວຫາກ່ຽວກັບການກະທຳລັກຟັງໂດຍເຈດຕະນາ. ທ່ານນາຍົກລັດຖະມົນຕີ Mitsotakis ໄດ້ຢັ້ງຢືນວ່າການລັກຟັງໂທລະສັບໄດ້ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ, ແຕ່ກໍ່ຍອມຮັບວ່າສິ່ງດັ່ງກ່າວແມ່ນບໍ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ