ລັດຖະບານກຳປູເຈັຍປະດັບຫຼຽນໄຊໃຫ້ທະນາຄານ BIDV
ພິທີປະດັບຫຼຽນ
|
(vovworld) - ວັນທີ 25/5, ຢູ່ນະຄອນຫຼວງພະນົມເປັນ, ຜູ້ຕາງໜ້າລັດຖະບານລາຊະອານາຈັກ ກຳປູເຈຍ ໄດ້ປະດັບຫຼຽນໄຊອັນສູງສົ່ງທີ່ສຸດຂອງລາຊະອານາຈັກກຳປູເຈຍ ໃຫ້ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ທະນາຄານລົງທຶນ ແລະ ພັດທະນາກຳປູເຈຍ (BIDC) - ເຊິ່ງແມ່ນສະມາຊິກຂອງທະນາຄານ BIDV ຢູ່ກຳປູເຈຍ. ກ່າວຄວາມເຫັນທີ່ພິທີ, ທ່ານນາງ Men Som On, ຮອງນາຍົກລັດຖະມົນຕີກຳປູເຈຍ, ຕີລາຄາສູງ ແລະ ຮັບຮູ້ການປະກອບສ່ວນຂອງທະນາຄານ BIDV ເຂົ້າໃນການພັດທະນາເສດຖະກິດຂອງກຳປູເຈຍ. ທະນາຄານໄດ້ຊ່ວຍເຫຼືອຊາວກຳປູເຈັຍ ແກ້ໄຂໄພທຳມະຊາດ, ສະໜອງທຶນສຶກສາໃຫ້ນັກຮຽນກຳປູເຈັຍທຸກຍາກແຕ່ຮຽນເກັ່ງເຊິ່ງປະຈຸບັນພວມຮຳ່ຮຽນຢູ່ຫວຽດນາມ ແລະ ກຳປູເຈຍ ກໍ່ຄືຊ່ວຍເຫຼືອໃນຂົງເຂດອື່ນໆອີກ.