ລັດຖະບານຈັດວາລະປະຊຸມນັດສາມັນປະຈຳເດືອນ3
(ພາບ: VGP/Nhật Bắc)
|
(vovworld) – ວັນທີ 1/4, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານວາລະປະຊຸມນັດສາມັນປະຈຳເດືອນ 3 ຂອງລັດຖະບານ. ບັນດາສະມາຊິກ ລັດຖະບານ ໄດ້ສຸມໃສ່ຕີລາຄາເພີ່ມເຕີມສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມປີ 2014 ແລະ ໝາກຜົນຂອງການພັດທະນາເສດຖະກິດ, ສັງຄົມ ໃນໄຕມາດທີ 1 ປີ 2015, ໃນນັ້ນພົ້ນເດັ່ນແມ່ນ GDP ບັນລຸ 6,03%, ເຊິ່ງແມ່ນລະດັບສູງສຸດເມື່ອທຽບໃສ່ໄລຍະດຽວກັນຂອງ 5 ປີມານີ້. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສູ້ຊົນປະຕິບັດບັນດາໜ້າທີ່ໄດ້ວາງອອກໃນປີນີ້ ແລະ ໃນໄຕມາດທີ 1 ໃຫ້ດີກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ກ່ອນອື່ນໝົດ, ບັນດາສະມາຊິກລັດຖະບານຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານຊີ້ນຳການປະຕິບັດບັນດາມາດຕະການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ພິເສດແມ່ນຄວບຄຸມໄປເງິນເຟີ້, ການນຳເຂົ້າເກີນດຸນຢູ່ໃນລະດັບ 5%...
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ມອບໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເປັນເຈົ້າພາບພ້ອມກັບບັນດາອົງການກ່ຽວຂ້ອງ ຊອກຫາທຸກໆວິທີແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຂະແໜງທ່ອງທ່ຽວ, ກະຊວງອຸດສາຫະກຳ - ການຄ້າສືບຕໍ່ຍູ້ແຮງການຊອກຫາ, ເປີດກ້ວາງຕະຫຼາດເພື່ອຍູ້ແຮງການສົ່ງອອກ, ກະຊວງການເງິນຄົ້ນຄ້ວາ ສະເໜີປັບປຸງບັນດາປະເພດພາສີຮັບປະກັນເໝາະສົມກັບຄຳໝັ້ນສັນຍາສາກົນບໍ່ເຮັດໃຫ້ລາຍຮັບງົບປະມານຖືກຫລຸດລົງ. ທ່ານນາຍົກລັດຖະມົນຕີ ກໍ່ໃສ່ໃຈບັນດາກະຊວງ, ຂະແໜງການ ສົມທົບກັນຢ່າງແໜ້ນແຟ້ນ, ສ້າງລະບົບມາດຖານດ້ານເຕັກນິກສຳລັບບັນດາປະເພດສິນຄ້ານຳເຂົ້າ, ສຸມໃສ່ປ່ອຍບັນດາແຫຼ່ງເງິນລົງທຶນ…
ກໍ່ທີ່ວາລະປະຊຸມຄັ້ງນີ້, ລັດຖະບານໄດ້ປະກອບຄຳເຫັນກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ).