(VOVWORLD) - ໄລ່ຮອດທ້າຍປີ 2023, ລະດັບຫັນຕະຫຼາດຫຸ້ນເປັນທຶນບັນລຸເກືອບ 240 ຕື້ USD, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ທ້າຍປີ 2022
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) |
ຕອນເຊົ້າວັນທີ 28 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ພັດທະນາຕະຫຼາດຫຼັກຊັບປີ 2024. ກອງປະຊຸມໂດຍກະຊວງການເງິນ, ຫ້ອງວ່າການລັດຖະບານ ສົມທົບກັນຈັດຂຶ້ນ.
ເມື່ອລາຍງານທີ່ກອງປະຊຸມ, ທ່ານນາງປະທານຄະນະກຳມະການຫຼັກຊັບແຫ່ງຊາດ ຫວູທິເຈິນເຟືອງ ໃຫ້ຮູ້ວ່າ, ດ້ວຍເລື່ອງເປັນເຈົ້າການໃນການຊີ້ນຳ, ບໍລິຫານ, ມີໄຫວພິບ, ເດັດດຽວຂອງລັດຖະບານ, ຕະຫຼາດຫຼັກຊັບ ຫວຽດນາມ ໃນປີ 2023 ມີການຟື້ນຟູເປັນຢ່າງດີ, ໂຄງສ້າງຕະຫຼາດນັບມື້ນັບສົມບູນແບບ, ບັນດາເປົ້າໝາຍທີ່ໄດ້ວາງອອກບັນລຸຜົນງານສຳຄັນໃນຫຼາຍແງ່ມູມ ແລະ ສືບຕໍ່ແມ່ນຈຸດພົ້ນເດັນດຶງດູດນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ແມ່ນແຫຼ່ງທຶນບັນລຸປະສິດທິຜົນໃຫ້ແກ່ພື້ນຖານເສດຖະກິດ.
ໄລ່ຮອດທ້າຍປີ 2023, ລະດັບຫັນຕະຫຼາດຫຸ້ນເປັນທຶນບັນລຸເກືອບ 240 ຕື້ USD, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ທ້າຍປີ 2022, ເທົ່າກັບລະດັບການຄາດຄະເນ58,1% GDP ໃນປີ 2023 ຂອງ ຫວຽດນາມ.
ຢູ່ກອງປະຊຸມ, ພາຍຫຼັງຮັບຟັງບັນດາຄຳເຫັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືຕົນເອງຢູ່ໃນຖານະບົດບາດຂອງນັກລົງທຶນ, ຜູ້ຈຳໜ່າຍຫຼັກຊັບ ເພື່ອວາງອອກນະໂຍບາຍບົນຈິດໃຈ ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຈົ້າຂອງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
ລັດຖະບານຈະຕັດສິນໃຈຍົກລະດັບຕະຫຼາດຫຼັກຊັບ ໃນໄລຍະຈະມາເຖິງ ແລະ ສຸມໃສ່ເຂົ້າການພັດທະນາຕາມທ່າອ່ຽງເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ, ເພື່ອໃຫ້ຕະຫຼາດຫຼັກຊັບຫວຽດນາມ ພັດທະນາໂດຍໄວ ແລະ ຍືນຍົງ.