ລັດຖະບານຕັດສິນໃຈບັນລຸລະດັບເຕີບໂຕGDP6,7%ຕາມຕົວເລກຄາດໝາຍໃນມະຕິຂອງສະພາແຫ່ງຊາດ
(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ)
(vovworld)- ໃນຕອນເຊົ້າວັນທີ 2/8, ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ບັນດາສະມາຊິກລັດຖະບານ ໄດ້ໃຫ້ຄຳເຫັນກ່ຽວກັບສະພາບເສດຖະກິດສັງຄົມໃນເດືອນ 07 ແລະ 7 ເດືອນ ປີ 2016, ສະພາບການຜັນຂະຫຍາຍມະຕິ ເລກທີ 01 ກ່ຽວກັບໜ້າທີ່ຮັບຜິດຊອບ ມາດຕະການຫຼັກ ໃນການຊີ້ນຳບໍລິຫານ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2016. ຕາມການລາຍງານ ຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ, ສະພາບເສດຖະກິດສັງຄົມ 7 ເດືອນ ຜ່ານມາ ໄດ້ມີການຫັນປ່ຽນ, ເສດຖະກິດມະຫາພາກ ເປັນປົກກະຕິໂດຍພື້ນຖານ. ໃນນັ້ນ, ຂະແໜງອຸດສາຫະກຳເກືອບທັງໝົດ ລ້ວນແຕ່ເຕີບໂຕດີພໍສົມຄວນ. ໄພເງິນເຟີ້ ສະເລ່ຍ 7 ເດືອນຜ່ານມາຕ່ຳກວ່າ ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ. ພ້ອມກັນນັ້ນ, ການສົ່ງອອກສິນໃນນ້ຳ ເພີ່ມຂື້ນ 3,9%; ຕົວເລກຄາດໝາຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ຄາດວ່າປ່ອຍເງິນໄດ້ 8,5 ຕື້USD, ທຶນຈົດທະບຽນບັນລຸເກືອບ 13 ຕື້ USD. ກະຊວງແຜນການ ແລະ ການລົງທຶນ ໄດ້ຍົກອອກ ການເຕີບໂຕທາງດ້ານເສດຖະກິດ ຂອງປີນີ້ ໃນ 3 ລະດັບ ຄື: 6,27; 6,5%; 6,7;
ກ່ຽວກັບບັນດາມາດຕະການແກ້ໄຂທ້າຍປີ, ກະຊວງແຜນການ ແລະ ການລົງທຶນ ຖືວ່າ: ຈຳເປັນຕ້ອງສຸມໃສ່ຍູ້ແຮງການຜະລິດກະສິກຳ, ຊຸກຍູ້ການຜະລິດອຸດສາຫະກຳ, ໃນນັ້ນມີອຸດສາຫະກຳສຳຮອງ, ຍູ້ແຮງການສົ່ງອອກ; ດຶງດູດນັກທ່ອງທ່ຽວ, ຄຸ້ມຄອງບໍລິການການຂົນສົ່ງ ແລະ ແກ້ໄຂບັນດາສິ່ງຄົງຄ້າງ ໃນການເກັບຄ່າບໍການບັນດາຄົງການ BOT, ຫຼຸດຄ່າໃຊ້ຈ່າຍທາງບົກ. ພ້ອມກັນນັ້ນ, ແມ່ນສືບຕໍ່ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ດ້ວຍການບໍລິຫານນະໂຍບາຍງົບປະມານ ແລະ ເງິນຕາຢ່າງມີໄຫວພິບ, ສູ້ຊົນເກັບລາຍຮັບງົບປະມານໃຫ້ບັນລຸຄາດໝາຍ; ຄຸ້ມຄອງລາຍຈ່າຍຈາກງົບປະມານຂອງລັດຢ່າງເຄັ່ງຄັດ, ຍູ້ແຮງການສົ່ງອອກ, ຄວບຄຸມການນຳເຂົ້າ ແລະ ຂຸດຄົ້ນຕະຫຼາດພາຍໃນປະເທດໃຫ້ດີ, ເປັນຕົ້ນແມ່ນຕະຫຼາຍອາຊຽນ.