ລັດຖະບານສ້າງສະພາບແວດລ້ອມແຫ່ງການ
ດຳເນີນທຸລະກິດຢ່າງສະດວກໃຫ້ວິສາຫະກິດ
(ພາບ: dantri.com.vn)
(vovworld) - ຕອນເຊົ້າວັນທີ 9/2, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້, ຫົວໜ້າຄະນະຊີ້ນຳການປ່ຽນໃໝ່ ແລະ ພັດທະນາວິສາຫະກິດ, ເປັນເຈົ້າພາບຈັດກອງປະຊຸມກະກຽມສະຫຼຸບ 1 ປີ ແຫ່ງການປະຕິບັດມະຕິ 35 ຂອງລັດຖະບານ ກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດເຖິງປີ 2020.
ກ່າວຄວາມເຫັນທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຕ່າງໆໃຫ້ຮູ້ວ່າ: ໄລຍະຜ່ານມາ, ມະຕິ 35 ໄດ້ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອໃຫ້ປະຊາຄົມວິສາຫະກິດ ໃຫ້ຄຳໝັ້ນສັນຍາກ່ຽວກັບລັດຖະບານແຫ່ງການສ້າງສາ, ໜູນຊ່ວຍ ແລະ ຊຸກຍູ້ວິສາຫະກິດພັດທະນາ. ຈາກນັ້ນສ້າງການຫັນປ່ຽນດ້ານແນວຄິດ, ຄວາມຮັບຮູ້ໃນກົງຈັກລັດກຳອຳນາດຢູ່ທັງຂັ້ນສູນກາງ ແລະ ທ້ອງຖີ່ນ, ດ້ວຍຈິດໃຈຮັບໃຊ້, ໜູນຊ່ວຍວິສາຫະກິດພັດທະນາ.
ກ່າວຄວາມເຫັນທີ່ການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ ສະເໜີ ໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, 63 ແຂວງ, ນະຄອນ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ມີບົດລາຍງານໃຫ້ລັດຖະບານ ກ່ຽວກັບເລື່ອງຜັນຂະຫຍາຍການປະຕິບັດມະຕິ 35. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ ຊີ້ແຈ້ງວ່າ:
“ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນສືບຕໍ່ອີງໃສ່ຄາດໝາຍ ສ້າງສະພາບແວດລ້ອງແຫ່ງການລົງທຶນ ດຳເນີນທຸລະກິດຢ່າງສະດວກສະບາຍໃຫ້ວິສາຫະກິດ ກ່ຽວກັບການລົງທຶນດ້ານການຄ້າດ້ວຍລາຍຈ່າຍຕຳ, ຈຳກັດຄວາມສ່ຽງ, ສິ່ງຄົງຄ້າງດ້ານນິຕິກຳ, ແກ້ໄຂຕະຫຼາດທຶນ, ສິນຄ້າ-ການບໍລິການ, ອະສັງຫາລິມະຊັບ, ວິທະສາສາດເຕັກໂນໂລຢີ, ແຮງງານ. ສືບຕໍ່ເສີມຂະຫຍາຍຈິດໃຈປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ ເພື່ອຍົກສູງຄຸນນະພາບ ແລະ ສະມັດຕະພາບແຮງງານຂອງວິສາຫະກິດ“.