ທ່ານ ຟ໋າມບິ່ງມິງ ຕ້ອນຮັບ ທ່ານ Lee Hyuk
(ພາບ: VGP)
(vovworld)- ວັນທີ 4/8, ຢູ່ຮ່າໂນ້ຍ, ທ່ານ ຟ໋າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບ ທ່ານ Lee Hyuk ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສ.ເກົາຫຼີ ປະຈຳ ຫວຽດນາມ ເນື່ອງໃນໂອກາດທີ່ທ່ານມາຮັບໜ້າທີ່ການທູດ ຢູ່ ຫວຽດນາມ. ທີ່ພິທີຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງ ສ.ເກົາຫຼີ ໃນບົດບາດເປັນຄູ່ຮ່ວມມືແຖວໜ້າ ກ່ຽວກັບການຮ່ວມມື ດ້ານເສດຖະກິດການຄ້າ ຂອງຫວຽດນາມ ແລະ ປາດຖະໜາວ່າ: ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມື ໃນບັນດາຂົງເຂດທີ່ສອງປະເທດ ຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງ ເຊັ່ນ: ການຮ່ວມມືດ້ານການລົງທຶນ, ດ້ານການຄ້າ, ດ້ານທ້ອງຖິ່ນ, ດ້ານແຮງງານ… ເປັນຕົ້ນໃນສະຖານະການທີ່ສອງຝ່າຍ ໄດ້ເຊັນສັນຍາການຄ້າເສລີ ຫວຽດນາມ-ສ.ເກົາຫຼີ (FTA), ສ້າງເງື່ອນໄຂເພື່ອໃຫ້ສິນຄ້າສົ່ງອອກຂອງຫວຽດນາມ ເຂົ້າໃນຕະຫຼາດ ສ.ເກົາຫຼີ . ທ່ານ ຮອງນາຍົກລັດຖະມົນຕີ ກໍ່ສະເໜີ ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ທຸກຂັ້ນ, ພົບປະແລກປ່ຽນ ລະຫວ່າງ ປະຊາຊົນສອງປະເທດ, ພິເສດ ໃນປີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ສ.ເກົາຫຼີຄົບຮອບ 25 ປີ.
ສ່ວນ ທ່ານ ເອກອັກຄະລັດຖະທູດ Lee Hyuk ກໍ່ຢືນຢັນວ່າ: ລັດຖະບານ ສ.ເກົາຫຼີ ຖືຫວຽດນາມ ເປັນຄູ່ຮ່ວມມືອັນດັບໜຶ່ງ ກ່ຽວກັບການຮ່ວມມືພັດທະນາ ແລະ ຈະສືບຕໍ່ບຸລິມະສິດສະໜອງ ODA ໃຫ້ຫວຽດນາມ ໃນບັນດາຂົງເຂດ ເຊັ່ນ: ກໍ່ສ້າງພື້ນຖານໂຄງລ່າງ, ການຮັບມືກັບການປ່ຽນແປງຂອງດີນຟ້າອາກາດ. ທ່ານ ເອກອັກຄະລັດຖະທູດ Lee Hyuk ໃຫ້ຄຳໝັ້ນສັນຍາວ່າ: ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນທຸກຂົງເຂດ, ໃນນັ້ນມີການຮຽກຮ້ອງການລົງທຶນ ຂອງວິສາຫະກິດ ສ.ເກົາຫຼີ ເຂົ້າຫວຽດນາມຫຼາຍກວ່າອີກ ແລະ ຊອກຫາມາດຕະການ ແນໃສ່ແກ້ໄຂສະພາບການຂາດຄວາມສົມດູນດ້ານການຄ້າ ລະຫວ່າງ ສອງປະເທດ ແລະ ເພີ່ມວົງເງິນການຄ້າ ເພື່ອໃຫ້ບັນລຸຄາດໝາຍ 70 ຕື້ USD ໃນໄລຍະຈະມາເຖິງ.