ລັດຖະບານຫວຽດນາມ ມານະພະຍາຍາມສຳເລັດບັນດາຄາດໝາຍເສດ ຖະກິດສັງຄົມ ປີ 2013

ລັດຖະບານຫວຽດນາມ ມານະພະຍາຍາມສຳເລັດບັນດາຄາດໝາຍເສດ ຖະກິດສັງຄົມ ປີ 2013 - ảnh 1
ກອງ​ປະຊຸມປະຈຳ​ເດືອນ 4 ຂອງ​ລັດຖະບານ
(ພາບປະກອບ)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 26/04, ​ເມື່ອ​ແຈ້ງ​ຂ່າວ​​ໃຫ້​ບັນດາ​ອົງການ​ສື່​ມວນ​ຊົນຊາບ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ກອງ​ປະຊຸມປະຈຳ​ເດືອນ 4 ຂອງ​ລັດຖະບານ​, ທ່ານ​ລັດຖະມົນຕີ​ຫົວໜ້າ​ຫ້ອງວ່າການ​ລັດຖະບານ ຫວູດຶກດາມ ຢືນຢັນ​ວ່າ ​ເຖິງ​ວ່າ​ເສດຖະກິດ​ໂລກ​ ​ແລະ ພາຍ​ໃນ​ປະ​ເທດ​ພວມປະສົບກັບຄວາ​ມຫຍຸ້ງຍາ​ກກໍ​ຕາມ ​ແຕ່​ລັດຖະບານ​ຢັງຄົງຢືດໝັ້ນ ມານະ​ພະຍາຍາມ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມປີ 2013. ​ແລະກໍ​ຕາມ​ທ່ານ​ລັດຖະມົນຕີ ຫວູດຶກດາມ ​ແລ້ວ, ລັດຖະບານ​ຍັງ​ໃຫ້​ບຸລິມະສິດ​ສຳລັບ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ ​ເພື່ອຮັບ​ໃຊ້​​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ບັນດາ​ໂຄງການ​ຮັບປະກັນ​ຊີວິດ​ສັງຄົມ​ຄື ກໍ່ສ້າງ​ໂຮງ​ໝໍ​ໃໝ່​ເພື່ອ​ຫຼຸດຜ່ອນ​ສະພາບຂາດຮາ​ກຖານ​ກວດ​, ປິ່ນປົວ​ພະຍາດ, ​​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ. ກ່ຽວຂ້ອງ​ເຖິງ​ບັນຫາ​ແກ້​ໄຂ​ໜີ້​ເສຍ, ທ່ານ​ລັດຖະມົນຕີ ຫວູດຶກດາມ ​ໃຫ້​ຮູ້​ວ່າ: ​ໃນ 2 – 3 ມື​​ໄກ້ໆ​ນີ້, ລັດຖະບານ​ຈະ​ພິຈາລະນາ​ຮັບຮອງ​ເອົາ​ດຳລັດ​ສ້າງ​ຕັ້ງ​ບໍລິສັດ​ແກ້​ໄຂ​ໜີ້​ເສຍ. ​ແຕ່​ວ່າ ວິ​ສາ​ຫະກິດ​ດັ່ງກ່າວ​ພຽງ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ແກ້​ໄຂ​ໜີ້​ເສຍ​ຄຽງ​ຂ້າງນັ້ນ​ຍັງ​ມີ​ບັນດາ​ກະຊວງ, ຂະ​ແໜງ​ການ, ທະນາຄາ​ນ​ແຫ່ງ​ລັດ ​ແລະ ບັນດາ​ອົງການ​ສິນ​ເຊື່ອ.

ຂ່າວ/ບົດ​ອື່ນ