(vovworld) – ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ໂຮນລັງ, ຕອນບ່າຍວັນທີ 23/09, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ມີການພົບປະກັນເຈົ້າຄອງນະຄອນ Amstecdam E.E Van der Laan. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຢືນຢັນວ່າ, ລັດຖະບານຫວຽດນາມ ເອົາໃຈໃສ່ຍູ້ແຮງການຮ່ວມມືຮອບດ້ານກັບໂຮນລັງ ເວົ້າລວມ ແລະ Amstecdam ເວົ້າສະເພາະ, ຕີລາຄາສູງການຮ່ວມມືລະຫວ່າງ 2 ນະຄອນຮ່າໂນ້ຍ ແລະ Amstecdam ແລະ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ Amstecdam ແລະ ບັນດາທ້ອງຖິ່ນອື່ນໆຂອງຫວຽດນາມ ຈະໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດຂອງບັນດານະຄອນ, ທ້ອງຖິ່ນ 2 ປະເທດກວ່າອີກ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ຕີລາຄາສູງ ແລະ ຂອບອົກຂອບໃຈການສະໜັບສະໜູນຂອງລັດຖະບານໂຮນລັງ, ສະພານະຄອນ Amstecdam ກໍ່ຄືທ່ານເຈົ້າຂອງຄະຄອນເອງ ສຳລັບຫວຽດນາມ ໃນການຈັດຕັ້ງເຫດການ “ວັນຫວຽດນາມ ຢູ່ໂຮນລັງ”, ເຊ່ິງດຳເນີນໄປຢູ່ໂຮນລັງໃນລະຫວ່າງວັນທີ 23 – 26/09/2014.
ແລະກໍ່ໃນຕອນຄໍ່າວັນດຽວກັນ, ຢູ່ໂຮງລະຄອນ Lucent Danstheater ໃຈກາງນະຄອນ La Hay ໄດ້ຈັດພິທີໄຂ “ວັນຫວຽດນາມ ຢູ່ໂຮນລັງ ປີ 2014” ແລະ ສະເຫຼີມສະຫຼອງ 69 ປີແຫ່ງວັນຊາດຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງຫວຽດນາມ - ໂຮນລັງ, ພິເສດພາຍຫຼັງທີ່ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງນ້ຳ ແລະ ຂົງເຂດກະສິກຳ, ຮັບປະກັນສະບຽງທັນຍາຫານ. ທ່ານຮອງນາຍົກລັດຖະມົນຕີຖືວ່າ ເຫດການ “ວັນຫວຽດນາມ ຢູ່ໂຮນລັງ ປີ 2014” ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ ແລະ ວົງການວິສາຫະກິດລະຫວ່າງ 2 ປະເທດ, ຊຸກຍູ້ການພົບປະແລກປ່ຽນ, ຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ.