ລັດຖະບານຫວຽດນາມຕັດສິນໃຈຍູ້ການສໍ້ລາດບັງຫຼວງໃຫ້ຖອຍໄປ

ລັດຖະບານຫວຽດນາມຕັດສິນໃຈຍູ້ການສໍ້ລາດບັງຫຼວງໃຫ້ຖອຍໄປ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ ​ໂຮ່ຈີ​ມິນ
(ພາບ: Nguyễn Khang/TTXVN)


(​vovworld) – ​ວັນ​ທີ 3/12, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ ​ໂຮ່ຈີ​ມິນ, ​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13… ນະ​ທີ່​ນີ້, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ສະ​ເໜີ​, ຊັກ​ຖາມ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄື: ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ການຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ, ສິ່ງ​ທີ່​ຍັງ​ຄົງ​ຄ້າງໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ສາທາ​ລະນະ​ສຸກ, ລາຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ສູງ, ​ເງິນ​ເດືອນ ​ແລະ ລາຍ​ຮັບ​ຂອງ​ລັດຖະກອນ, ຜູ້​ອອກ​ແຮງ​ງານ.​​.​.

    ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງ​ຫຼວງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ:

    “​ໄລຍະ​ຜ່ານ​ມາ, ຄະນະ​ຊີ້​ນຳປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສູນ​ກາງ ​ໄດ້​​ຮັບ​ການ, ​ປັບປຸງ ​ແລະ ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ແຮງ, ຊຸກຍູ້​ການ​, ​ແກ້​ໄຂ​ບັນດາ​ກໍລະນີ​ທີ່​ຍັງ​ຄົງ​ຄ້າງ, ສົມ​ທົບ​ກັບ​ການກວ​​ດກາ, ພົບ​ເຫັນ​ຢ່າງ​ຕັ້ງໜ້າ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະຕິດຕາມ​ກວດກາ, ສືບ​ຕໍ່​ເສີມ​ຂະຫຍາຍ​ສິດ​ຊັກ​ຖາມ​ເພື່ອ​​ໃຫ້​ທຸກໆ​ວຽກ​ງານ​ຕ້ອງ​ກະຈ່າງ​ແຈ້ງ, ​ໂປ່​ງ​ໃສ. ບັນດາ​ກໍລະນີ​ຖືກ​ພິພາກສາ​ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ຖືກຕ້ອງ​ຕາມ​ກົດໝາຍ”

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນົງ​ເຊີນ, ​ແຂວງ ກວາງ​ນາມ. ນະ​ທີ່​ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນົງ​ເຊີນ ສະ​ເໜີ​ໃຫ້ສະພາ​ແຫ່ງ​ຊາດ, ລັດຖະບານ​ເອົາ​ໃຈ​ໃສ່​ລົງທຶນກໍ່ສ້າງ​ລະບົບ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຕໍ່​ເຂດ, ສ້າງ​ເງື່ອນ​ໄຂ​ໃຫ້​ເມືອງ​ໃໝ່​ພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ​: ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃສ່​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ປະສົບ​ກັບ​ຄວາມຫຍຸ້ງຍາກ, ​ເຂດ​ຖືກ​ໄພພິບັດ​ທຳ​ມະ​ຊາດ, ​ໃນ​ນັ້ນ​ມີ​ເມືອງ​ນົງ​ເຊີນ, ​ແຂວງ ກວາງ​ນາມ.

    “ບັນດາ​​ໄພ​ທຳ​ມະ​ຊາດ, ໄພພິບັດ, ບັນຫາ​ພື້ນຖານ​ໂຄງ​ລ່າງ, ກິດຈະກຳ​ຊົນລະປະທານ, ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເຖິງ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ, ຫລຸ​ດຜ່ອນຄວາມທຸກ​ຍາກ ພວກ​ເຮົາ​ຈະ​ສື​ບຕໍ່​ເອົາ​ໃຈ​​ໃສ່​ແກ້​ໄຂໃນໄລຍະຈະມາເຖິງຢ່າງ​ໝັ້ນຄົງ​ກ່ວາ. ​ແຂ​ວງ, ​ເມື​​​ອງສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຕາ​ແສງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ກ”

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 3/12, ທ່ານ ຫງວຽນ​ບ໋າ​ແທງ, ຫົວໜ້າ​ຄະນະ​ວຽກ​ງານ​ພາຍ​ໃນ​ສູນ​ກາງ ​ແລະ ຄະນະ ສສຊ ນະຄອນ ດ່າ​ໜັງ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮ່ວາ​ວາງ, ນະຄອນ ດ່າ​ໜັງ.

 



ຂ່າວ/ບົດ​ອື່ນ