(ພາບ:voh.com.vn)
(vovworld): ວັນທີ 28/1, ລັດຖະບານອີຢີບ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງອະນຸຍາດໃຫ້ປະທານາທິບໍດີ Mohamed Morsi ຜັນຂະຫຍາຍກຳລັງປະກອບອາວຸດບົນຖະໜົນສາຍຕ່າງໆເພື່ອສົມທົບ ແລະ ໜູນຊ່ວຍຕຳຫຼວດໃນການປ້ອງກັນຄວາມສະຫງົບ ແລະ ຮັກສາຕຶກອາຄານສຳຄັນແຫ່ງຕ່າງໆ. ຖ້າຫາກວ່າສະພາສູງອີຢີບ ຮັບຮອງເອົາຮ່າງກົດໝາຍສະບັບນີ້, ມັນຈະຖືກນຳໃຊ້ຈົນເຖິງເວລາຫລັງການເລືອກຕັ້ງສະພາແຫ່ງຊາດທີ່ຈະມາເຖິງ. ເລື່ອງຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວຖືກຖືວ່າແມ່ນຄວາມມານະພະຍາຍາມຂອງລັດຖະບານອີຢີບ ແລະ ສະພາສູງອີຢີບ ໂດຍຝ່າຍມຸດສະລິມ ກວມເອົາອັດຕາສ່ວນຫຼາຍເພື່ອແນໃສ່ສະກັດກັ້ນສະພາບການທີ່ນັບມື້ນັບຊົ່ວຮ້າຍລົງ.
ວັນທີ 28/1, ໄດ້ເກີດການປະທະກັນລະຫວ່າງຕຳຫຼວດ ແລະ ຜູ້ແຫ່ຂະບວນປະທ້ວງຢູ່ມໍ່ກັບສະໜາມຫຼວງ Tahrir ໃນສູນການຄ້າຂອງນະຄອນຫຼວງກາຍໂຣ ຊື່ງໄດ້ເຮັດໃຫ້ຢ່າງໜ້ອຍສຸດ 1 ຄົນເສຍຊີວິດ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ແກ່ວງກ້ອນຫີນໃສ່ຕຳຫຼວດ ແລະ ຕຳຫຼວດໄດ້ໂຕ້ຕອບຄືນດ້ວຍແກັດນ້ຳຕາ.