ລັດຖະບານເຢຍລະມັນຊຸກຍູ້ບັນດາມາດຕະການເພີ່ມທະວີຄວາມສະຫງົບປອດໄພ

ລັດຖະບານເຢຍລະມັນຊຸກຍູ້ບັນດາມາດຕະການເພີ່ມທະວີຄວາມສະຫງົບປອດໄພ - ảnh 1
ຕະຫລາດ ຄິຼດສະມາດ (ພາບ: THX/TTXVN)

(vovworld) – ​ ວັນ​ທີ 21/12 ລັດຖະບານ ​ເຢຍລະ​ມັນ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການອະນຸຍາດ​ໃຫ້​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຮູບ​ຖ່າຍ​ຢູ່​ບັນດາ​ເຂດ​ສາທາລະນະ ​ໃນ​ສະພາວະຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ສະພາບ​ຄວາມສະຫງົບ​ປອດ​ໄພຢູ່​ປະ​ເທດ​ເອີ​ລົບ​ນີ້ ​ໄດ້​ເພີ່ມ​ຂຶ້ນພິ​ເສດ​​ ​ແມ່ນ​ພາຍຫລັງ​ເຫດ​ບຸກ​ໂຈມ​ຕີ​ໃນ​ຄ່ຳ​ຄືນ​ວັນ​ທີ 19/12 ຜ່ານ​ມາ ​ເຮັດ​ໃຫ້ 12 ຄົນ​ເສຍ​ຊີວິດ ​ແລະ ​ເກືອ​ບ 50 ຄົນ​ຮັບ​ບາດ​ເຈັບ. ຕາມ​ຮ່າງ​ກົດ​ໝາຍ, ​ ບັນດາ​ພັກ​ໃນພັນທະ​ມິດ​ກຳ​ອຳນາດ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ Angela Markel ​ໄດ້ຮັບຮອງ​ເອົາ​ໂດຍ​ພື້ນຖານ​ເມື່ອ​ເດືອນ 11/2016, ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເຢຍລະ​ມັນ ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຮູບ​ຖ່າຍ​ຕາມຖະໜົນ ຫຼື ຢູ່ບັນດາ​​ເຂດ​ສາທາລະນະ​ຄື: ສູນ​ການ​ຄ້າ, ​ເຂດ​ລະ​ຫຼີ້ນອອກກຳລັງ​ກາຍ ຫຼື ​ເດີ່ນຈອດ​ລົດ. ​ເລື່ອງ​ລັດຖະບານ ​ເຢຍລະ​ມັນ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວ ​ເພ່ືອ​ແນ​ໃສ່​ຊຸກຍູ້​ມາດ​ຕະການ​ເພີ່ມ​ທະວີການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ປະ​ເທດ​ນີ້ ພາຍຫລັງ​​ເຫດ​ບຸກ​ໂຈມ​ຕີ​ໃນ​ຄຳ່​ຄືນ​ວັນ​ທີ 19/12 ດ້ວຍ​ລົດບັນທຸກ​ຕຳ​ໃສ່ກຸ່ມ​ຄົນ​ຢູ່​ຕະຫລາດ ຄິຼດສະມາດ ທີ່​ໃຈກາງ​ນະຄອນຫລວງ Berlin ​ເຊິ່ງອົງການ​ລັດ​ອິດສະ​ລາມ “IS” ອ້າງ​ຊື່​ເອງ​ໄດ້ຍອມຮັບ​ວ່າເປັນ​ຕົວ​ການ.

ຂ່າວ/ບົດ​ອື່ນ