ລັດຖະບານເຢຍລະມັນຮັບຮອງເອົາບັນດາມາດຕະການແກ້ໄຂໃໝ່
(ພາບປະກອບ: AP)
(vovworld) – ວັນທີ 29/09, ລັດຖະບານເຢຍລະມັນ ໄດ້ຮັບຮອງເອົາບັນດາມາດຕະການແກ້ໄຂໃໝ່ ເພື່ອຮັບມືກັບຈຳນວນຊາວອົບພະຍົບເປັນຈຳນວນຫຼວງຫຼາຍຢູ່ປະເທດນີ້, ໃນນັ້ນລວມທັງເລື່ອງຈັດວາງບັນດາເງື່ອນໄຂທີ່ເຄັ່ງຄັດກວ່າສຳລັບຊາວອົບພະຍົບ ທີ່ມາຈາກເຂດ Balkans. ເຢຍລະມັນ ກໍນຳ Albania, Montenegro ແລະ ເຂດດິນແດນ Kosovo ເຂົ້າບັນຊີລາຍຊື່ປະເທດເຊິ່ງຮັບຖືວ່າ “ແມ່ນມີຕົ້ນກຳເນີດປອດໄພ”, ເຊິ່ງຕາມນັ້ນແລ້ວ, Berlin ຈະເນລະເທດບັນດາຊາວອົບພະຍົບທີ່ມາຈາກ 2 ປະເທດ ແລະ ເຂດແຄວ້ນນີ້ໂດຍໄວກວ່າ. ລັດຖະບານເຢຍລະມັນ ກໍພວມຊອກຫາວິທີເພື່ອຫຼຸດຜ່ອນລາຍຈ່າຍໃຫ້ຊາວອົບພະຍົບ. ຄາດວ່າ, ບັນດາມາດຕະການແກ້ໄຂຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01/11 ຈະມາເຖິງ. ຄາດວ່າ, ໃນປີ 2015, ເຢຍລະມັນ ຈະຕ້ອນຮັບຊາວອົບພະຍົບຂຶ້ນເຖິງ 1 ລ້ານຄົນ, ເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ຕົວເລກຂອງປີ 2014.