ລັດຖະບານໃໝ່ລີບີ ສາບານຕົວຮັບຕຳແໜ່ງ

ວັນ​ທີ 24/11, ລັດຖະບານ​​ລີ​ບີ​​ໃໝ່​ສາບານ​ຕົວ​ເຂົ້າຮັບ​ຕຳ​ແໜ່​ງ ດ້ວຍ​ໜ້າ​ທີ່​ສ້າງ​ຄວາມສາມັກຄີ​ໃນ​ປະ​ເທດ​ທີ່​ຖືກ​ທຳລາຍ​ຫລັງ​ສົງຄາມ, ຊື່​ງ​ແມ່ນ​ການ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ສ້າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ແລະ​ຈັດການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ໃນ​ຮອບ​ເວລາ 7 ​ເດືອນ​ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ Abdel Rahim al-Kib ​ໃຫ້​ຄຳໝັ້ນສັນຍາ​ວ່າ ລັດຖະບານ​ຈະ​ຕາງ​ໜ້າ​ໃຫ້ ປະຊາຊົນ​ລີ​ບີ​ທັງ​ໝົດ; ຈົ່ງ​ຮັກ​ພັກດີ​ກັບ “ບັນດາ​ຈຸດໝາຍ​ຂອງ​ການ​ປະຕິວັດ​ເມື່ອ​ເດືອນ 17/2”, “ຮັບປະກັນ​ຄວາມ​ເປັນ​ເອກະລາດ, ຄວາມ​ສະຫງົບ​ປອດ​ໄພ ​ແລະ​ເອກະ​ພາບ​ໃນ​ເຂ​ດ​ດິນ​ແດນ​ຂອງ​ລີ​ບີ”.

   ສປຊ ​ແລະ​ອາ​ເມ​ລິ​ກາ ໄດ້​ຊົມ​ເຊີຍ​ການ​ສ້າງຕັ້ງລັດຖະບານໃໝ່​​ຢູ່​ລີ​ບີ. ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ວ່າ ລັດຖະບານ​​ຂອງ​ລີ​ບີ​ ຈະ​ ປະສົບ​ຜົນສຳ​ເລັດ​ໃນ​ການ​ແກ້​ໄຂ​ບັນດາ​  ການ​ທ້າ​ທາຍ      ຊື່​ງປະ​ເທດ​ນີ້​ຕ້ອງ​ປະ​ເຊີນ​ໜ້າ​ໃນ​ໄລຍະ​ຂ້າມ​ຜ່ານ, ​ໃນ​ນັ້ນມີ​ບັນດາ​ບັນຫາຕົ້ນຕໍ​ຄື: ​ໄກ່​ເກັ່ຍປອງ​ດອງ​ຊາດ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຮັກສາ​ສິດ​ທິມະນຸດ…

ຕອບກັບ

ຂ່າວ/ບົດ​ອື່ນ