ໂຮງແຮມ Lee Gardens ຖືວາງລະເບີດ
ພາບປະກອບ:dantri.com |
(vovworld) - ວັນທີ 3/4 ລັດຖະບານໄທໄດ້ປະຕິເສດການເຈລະຈາສັນຕິພາບກັບບັນດາພວກກະບົດພາກໃຕ້. ຖະແຫລງການດັ່ງກ່າວຖືກຍົກອອກມາ ພາຍຫລັງບັນດາພວກກະບົດອິດສະລາມ ດຳເນີນການວາງລະເບີດຫລາຍຄັ້ງຢູ່ ພາກໃຕ້ ເມື່ອວັນທີ 31/3 ເຮັດໃຫ້ຢ່າງຫນ້ອຍສຸດ 15 ຄົນເສຍຊີວິດ ແລະ ກວ່າ 500 ຄົນຖືກບາດເຈັບ. ທ່ານ ຢຸດທະສັກ ສະສີປະພາ ຮອງນາຍົກລັດຖະມົນຕີໄທ ໄດ້ຢືນຢັນວ່າ: ລັດຖະບານບໍ່ມີນະໂຍບາຍເຈລະຈາສັນຕິພາບກັບພວກກະບົດ ເພາະວ່າ ສິ່ງດັ່ງກ່າວຈະເປັນການຍຸ້ແຍ່ບັນດາຫນ່ວຍແຍກຕົວອອກອື່ນ ດຳເນີນການບຸກໂຈມຕີດ້ວຍການໃຊ້ຄວາມຮຸນແຮງເທົ່ານັ້ນ.
ໃນວັນດຽວກັນ, ເຈົ້າແຂວງ ແຂວງ ສົງຂາ ໄດ້ປະກາດວ່າ ຈະມອບເງິນຈຳນວນ 500.000 ບາດໃຫ້ແກ່ຜູ້ໃດສະຫນອງຂໍ້ມູນຂ່າວເພື່ອຫນູນຊ່ວຍຈັບຕົວຫນຶ່ງຈຳນວນ 2 ຄົນທີ່ຖືກສົງໃສວ່າເປັນຕົວການໃນເຫດວາງລະເບີດຢູ່ໂຮງແຮມ Lee Gardens ໃນແຂວງນີ້.