ລັດຖະມົນຕີກະຊວງ ຕຳຫຼວດ, ພົນເອກ ເຈີນດ້າຍກວາງ ຢ້ຽມຢາມ ອະນຸສາວະລີແມ່ຫວຽດນາມ ວິລະຊົນ

ລັດຖະມົນຕີກະຊວງ ຕຳຫຼວດ, ພົນເອກ ເຈີນດ້າຍກວາງ ຢ້ຽມຢາມ ອະນຸສາວະລີແມ່ຫວຽດນາມ ວິລະຊົນ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 02/05, ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີກະຊວງ​ຕຳຫຼວດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ປູກ​ຕົ້ນ​ໄມ້​ຢູ່​ກິດຈະກຳອະນຸສາ​ວະລີ​ແມ່​ຫວຽດນາມ ວິລະ​ຊົນ ຂຶ້ນ​ກັບ​ຕາ​ແສງ ອານ​ຟຸ໋, ນະຄອນ ຕາມ​ກີ, ​ແຂວງ​ກວາງ​ນາມ. ທ່ານ​ລັດຖະມົນຕີ ​ເຈີ​ນດ້ານ​ກວາງ ຖືກ​ວ່າ ອະນຸສາ​ວະລີ​ແມ່​ຫວຽດນາມ ວິລະ​ຊົນ ແມ່ນ​ກິດຈະກຳ​ທີ່ມີລັກສະນະມະນຸດຊາດ​ຢ່າງ​ເລິກ​ເຊິ່ງ, ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ການ​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ຮຽກຮ້ອງ​ໃຫ້​ເຈົ້າຂອງ​​ລົງທຶນ, ນັກ​ປະມູນຫົວໜ່ວຍ​ອອກ​ແບບ, ຕິດຕາມ​ຕ້ອງກວດກາ​ວຽກ​ງານ​ຢ່າງ​ລະອຽດ ໃຫ້​ຖືກກັບ​ການ​ອອກ​ແບບ, ບໍ່​ປະ​ໃຫ້​ເກີດ​ການ​ຜິດພາດ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄຸນຄ່າ​ຂອງ​ກິດຈະກຳ.

        ​ໂຄງການອະນຸສາ​ວະລີ​ແມ່​ຫວຽດນາມ ວິລະ​ຊົນມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 410 ຕື້​ດົງ. ປະຈຸ​ບັນ, ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ກໍ່າ​ສ້າງ​ໄດ້​ສ້າງ​ສຳ​ເລັດຮູບ​ປັ້ນ​ແມ່​ຫວຽດນາມ ວິລະ​ຊົນ, ​ເຂດ​ອະນຸສະຖານ​ຈົດຈຳ​ບຸນຄຸນຊື່​ແມ່​ຫວຽດນາມ ວິ​ໄລ​ຊົນ​ໃນ​ທົ່ວ​ປະ​ເທດ​ເກືອບ 50.000 ຄົນ. ອະນຸສາ​ວະລີ​ແມ່​ຫວຽດນາມ ວິລະ​ຊົນ ​ໂດຍ​ນັກ​ຈິດຕະກອນ, ນັກຄວັດ​ສະຫຼັກ ດິງຢາ​ທັ໋ງ ອອກ​ແບບ ​ແລະ ປະຕິບັດ ພາຍຫຼັງ​ການ​ເສັງ​ຄັດ​ເລືອກ​ການ​ອອກ​ແບບ​ເມື່ອ​ປີ 2004, ​ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງກວາງ​ນາມ​ຈັດ​ຕັ້ງ.

ຂ່າວ/ບົດ​ອື່ນ