ລັດຖະມົນຕີກະຊວງການຕ່າງປະເທດ ສິງປະໂປ ໄປປະຕິບັດງານຢູ່ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) -ວັນທີ 22 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan ໄດ້ເລີ່ມຕົ້ນການໄປປະຕິບັດງານຢູ່ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນປະເທດທຳອິດແມ່ນ ບຣູໄນ, ຖັດຈາກນັ້ນແມ່ນ ມາເລເຊຍ ແລະ ອິນໂດເນເຊຍ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan (ພາບ: Connected to India) |
ເຖິງວ່າຖະແຫຼງການຂອງ ກະຊວງດັ່ງກ່າວບໍ່ຍົກໃຫ້ເຫັນເຫດຜົນຂອງການຢ້ຽມຢາມຢ່າງຈະແຈ້ງ, ແຕ່ໃນອາທິດກ່ອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ຮຽກຮ້ອງໃຫ້ຢຸດຕິສະພາບການຂາດສະຖຽນລະພາບ ຢູ່ ມຽນມາ ແບະ ເລັ່ງບັນດາການນຳຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຈັດຕັ້ງການພົບປະກັນຄັ້ງສູງ ເພື່ອຊອກຫາວິທີນຳ ມຽນມາ ຫຼຸດພົ້ນອອກຈາກວິກິດການໃນປັດຈຸບັນ.