ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ອັງກິດ

(VOVWORLD) - ຕອນບ່າຍວັນທີ 22 ພະຈິກ, ຕາມເວລາທ້ອງຖິ່ນ, ທີ່ນະຄອນຫລວງ ລອນດອນ, ລາຊະອານາຈັກ ອັງກິດ. 

ທ່ານພົນໂທ ໂຕເລີມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ມີບັນດາການພົບປະກັບທ່ານນາງ Caroline Nokes, ຮອງລັດຖະມົນຕີກະຊວງພາຍໃນ ອັງກິດ ແລະ ທ່ານ Mark Field ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ.

        ທີ່ການພົບປະ, ທ່ານນາງ Caroline Nokes ຮອງລັດຖະມົນຕີກະຊວງພາຍໃນ ອັງກິດ ໄດ້ເນັ້ນໜັກວ່າ: ໝາກຜົນແຫ່ງການເຈລະຈາລະຫວ່າງ 2 ກະຊວງໃນວັນທີ 21 ພະຈິກ ຜ່ານມາ ແລະ “ບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ” ມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມ, ເຈດຕະນາດີຂອງ 2 ຝ່າຍ ໃນການຕໍ່ສູ້ຍູ້ບັນຫາການຄ້າມະນຸດໃຫ້ຖອຍໄປ - ແມ່ນຂົງເຂດເຊິ່ງລັດຖະບານ ອັງກິດ ຖືເປັນຄຳຄັນໃນໄລຍະປັດຈຸບັນ.

        ສ່ວນທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງພາຍໃນ ອັງກິດ ໄດ້ຮ່ວມມືຢ່າງແໜ້ນແຟ້ນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນປ້ອງກັນຄວາມສະຫົງບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ.

        ທີ່ການພົບປະກັບທ່ານ Mark Field, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານ Mark Field ໄດ້ຢືນຢັນວ່າ ໃນໄລຍະຜ່ານມາ, ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງພາຍໃນ ອັງກິດ ໄດ້ຮ່ວມມືຢ່າງແໜ້ນແຟ້ນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນປ້ອງກັນຄວາມສະຫົງບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງ 2 ປະເທດ, ຜ່ານນັ້ນ ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ