(vovworld) - ຕອນບ່າຍວັນທີ 29/05, ຢູ່ຮ່າໂນ້ຍ, ພົນເອກ ເຈີນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ໃຫ້ການຕ້ອນຮັບທ່ານ Masagot Giunkifli, ລັດຖະມົນຕີຂັ້ນສູງແຫ່ງລັດຮັບຜິດຊອບກ່ຽວກັບວຽກງານພາຍໃນ, ກະຊວງການຕ່າງປະເທດສິງກະໂປ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເຈີນດ້າຍກວາງ ປາດຖະໜາວ່າ 2 ຝ່າຍສືບຕໍ່ຍູ້ແຮງການຮ່ວມມື, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ສະພາບການທີ່ກ່ຽວຂ້ອງເຖິງຄວາມສະຫງົບປອດໄພແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເພື່ອແນໃສ່ສະກັດກັ້ນ, ຕໍ່ສູ້ກັບບັນດາອາດຊະຍາກຳຂ້າມຊາດຢ່າງມີປະສິດທິຜົນຄື; ອາດຊະຍາກຳຢາເສັບຕິດ, ຟອກເງິນ, ຄ້າຂາຍມະນຸດ, ນຳໃຊ້ເຕັກໂນໂລຊີສູງ... ສ່ວນທ່ານ Masagot Giunkifli ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ - ກະຊວງພາຍໃນສິນກະໂປ ຈະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ໝາກຜົນອັນດີງາມໃນທຸກຂົງເຂດໃນໄລຍະຈະມາເຖິງ...
ແລະກໍໃນວັນດ່ຽວກັນ, ທີ່ການຕ້ອນຮັບພັນເອກ ກຽງຄຳ ອິນແພງທະວົງ, ຫົວໜ້າອົງການຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳຫວຽດນາມ, ທ່ານລັດຖະມົນຕີ ເຈີນດ້າຍກວາງ ເຊື່ອໝັ້ນວ່າ ອົງການຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳຫວຽດນາມ ຈະສົມທົບເປັນຢ່າງດີກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຂອງກະຊວງຕຳຫຼວດຫວຽດນາມ ໃນການປະຕິບັດສັນຍາ ແລະ ແຜນການຮ່ວມມືປະຈຳປີລະຫວ່າງ 2 ກະຊວງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ 2 ປະເທດ. ພັນເອກ ກຽງຄຳ ອິນແພງທະວົງ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ - ກະຊວງປ້ອງກັນຄວາມສະຫງົບລາວ ຈະບັນດລຸໄດ້ບັນດາຜົນງານທີ່ດີງາມໃນການຮ່ວມມືປ້ອງກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເພີ່ມພູນຄຸນສ້າງການພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.