ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບຄະນະຜູ້ແທນການນຳກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ

ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບຄະນະຜູ້ແທນການນຳກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ - ảnh 1
(ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ
ຕ້ອນຮັບຄະນະຜູ້ແທນການນຳກຸ່ມບໍລິສັດໂຕໂຢຕາຍີ່ປຸ່ນ)

(vovworld) –​ ​ ​​ ​ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ໂດຍ​ທ່ານ Nobuyori Kodaira, ຮອງ​ປະ​ທານ​ຂັ້ນ​ສູງ​ກຸ່ມ​ບໍ​ລິ​ສັດໂຕ​ໂຢ​ຕາຂອງຍີ່​ປຸ່ນ ເປັນ​ຫົວ​ໜ້າ​ຄະ​ນະ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ໃນ​ຕອນ​ບ່ານ​ວັນ​ທີ 10/03, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕະ​ຫຼວດ​ຫວຽດ​ນາມ ເຈີນ​ດ້າຍກວາງ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກ​ຸ່​ມ​ບໍ​ລິ​ສັດໂຕ​ໂຢ​ຕາ ຂອງຍີ່​ປຸ່ນ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ຫົວ​ໜ່ວຍ​​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ. ທ່ານລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ກ​ໍ​ປາດ​ຖະ​ໜາ​ວ່າ, ກ​ຸ່​ມ​ບໍ​ລິ​ສັດໂຕ​ໂຢ​ຕາ ຂອງຍີ່​ປຸ່ນ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມອບ​ສົ່ງ​ເຕັກ​ໂນ​ໂລ​ຊີ, ບັນ​ດາ​ມາດ​ຕະ​ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ຄົມ​ມະ​ນາ​ຄົມ, ຜ່ານນັ້ນ ປະ​ກອບ​ສ່ວນ​ຮັບ​ໃຊ້​ວຽ​ກ​ງານ​ຮັກ​ສາ​ຄວາມ​ເປັນ​ລະ​ບ​ຽບ​ຮ​ຽບ​ຮ້ອຍ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

      ສ່ວນ​ທ່ານ​ຮອງ​ປະ​ທານ​ຂັ້ນ​ສູງ​ກຸ່ມ​ບໍ​ລິ​ສັດໂຕ​ໂຢ​ຕາຂອງຍີ່​ປຸ່ນ Nobuyori Kodaira ຢືນ​ຢັນ​ວ່າ, ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ຕະ​ຫຼວດ​ຫວຽດ​ນາມ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ​ນັບ​ມື້​ນັບເລິກ​ເຊິ່ງກວ່າ​ເກົ່າ.

ຂ່າວ/ບົດ​ອື່ນ